leftcenterrightdel
ວຽກງານກູ້ໄພກູ້ຊີບ ແລະສືບສວນຫາສາຍເຫດຂອງອຸບັດຕິເຫດພວມສືບຕໍ່ໄດ້ດຳເນີນ. ພາບ: Reuters

ປັດຈຸບັນ, ຍັງບໍ່ທັນຮູ້ຈຳນວນຜູ້ປະສົບເຄາະຮ້າຍຖືກຫາຍສາບສູນ, ໃນຂະນະທີ່ກຳລັງເຈົ້າໜ້າທີ່ໃນເຂດຍັງບໍ່ມີຂໍ້ມູນຜູ້ເສຍຊີວິດທີ່ເປັນເອກະພາບເທື່ອ. ຜູ້ວ່າການແຂວງ Kivu ໃຕ້ ທ່ານ Jean Jacques Purisi ແຈ້ງໃຫ້ຊາບວ່າ ຈຳນວນຜູ້ເສຍຊີວິດແມ່ນ 78 ຄົນ ແລະມີຜູ້ໂດຍສານ 278 ຄົນປະສົບເຄາະຮ້າຍໃນເຫດເຮືອຫຼົ້ມດັ່ງກ່າວ. ໃນຂະນະນັ້ນ, ຜູ້ວ່າການຂອງແຂວງ Kivu ເໜືອ ໃຫ້ຮູ້ວ່າ ໄລ່ຮອດປັດຈຸບັນ, ມີຜູ້ລອດຕາຍ 58 ຄົນ ແລະຢັ້ງຢືນວ່າ 28 ຄົນເສຍຊີວິດ.

ອຳນາດການປົກຄອງທ້ອງຖິ່ນແຈ້ງໃຫ້ຊາບວ່າ ວຽກງານກູ້ໄພກູ້ຊີບ ແລະສືບສວນຫາສາຍເຫດຂອງອຸບັດຕິເຫດດັ່ງກ່າວພວມສືບຕໍ່ໄດ້ດຳເນີນ.

ແຫຼ່ງຄັດຈາກ: vovworld.vn