leftcenterrightdel
ທ່ານ Mark Rutte ເລຂາທິການໃຫຍ່ຄົນໃໝ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO). ພາບ: ສໍານັກຂ່າວສານຫວຽດນາມ

ນະທີ່ນີ້, ທ່ານ Rutte ໄດ້ມີການເຂົ້າຮ່ວມການປຶກສາຫາລືກັບທ່ານປະທານາທິບໍດີປະເທດເຈົ້າພາບ Volodymyr Zelensky ກ່ຽວກັບແຜນການຢຸດຕິການປະທະກັນຢູ່ ຢູແກຼນ. ກ່າວຄຳເຫັນໃນການຖະແຫຼງການຮ່ວມຢູ່ນະຄອນຫຼວງ Kiev, ທ່ານເລຂາທິການໃຫຍ່ Rutte ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຂອງ NATO ກ່ຽວກັບເລື່ອງ ຢູແກຼນ ກາຍເປັນສະມາຊິກຂອງກຸ່ມ ແລະເນັ້ນໜັກເຖິງເລື່ອງຊຸກຍູ້ການຜະລິດອຸດສາຫະກຳຮັບໃຊ້ການປ້ອງກັນຊາດແມ່ນບຸລິມະສິດແຖວໜ້າຂອງ NATO. ໃນຂະນະນັ້ນ, ທ່ານປະທານາທິບໍດີ Zelensky ໃຫ້ຮູ້ວ່າ ທ່ານໄດ້ປຶກສາຫາລືກັບທ່ານເລຂາທິການໃຫຍ່ NATO ຄົນໃໝ່ ກ່ຽວກັບສະພາບການສະໜາມຮົບ ແລະແຜນການຢຸດຕິການປະທະກັນຢູ່ ຢູແກຼນ.

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 4 ຕຸລາ, ຮອງໂຄສົກທຳນຽບ 5 ແຈ ຖືວ່າ ເລື່ອງ ອາເມລິກາ ເຂົ້າຮ່ວມການມ້າງທຳລາຍລູກສອນໄຟຂອງລັດເຊຍ ຢູ່ເຂດນ່ານຟ້າ ຢູແກຼນ ກໍມີຄວາມໝາຍອັນດຽວກັນກັບເລື່ອງປະເທດນີ້ຖືກດຶງເຂົ້າການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn