ຢູ່ ບຣຸກແຊນ, ທ່ານນາຍົກລັດຖະມົນຕີ Starmer ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການຄັ້ງທຳອິດກັບທ່ານນາງປະທານ EC Ursula von der Leyen ນັບແຕ່ເມື່ອຮັບດຳລົງຕຳແໜ່ງ, ພ້ອມທັງພົບປະກັບທ່ານປະທານສະພາເອີຣົບ Charles Michel ແລະທ່ານປະທານລັດຖະສະພາເອີຣົບ Roberta Metsola.

ນີ້ແມ່ນການກະທຳທີ່ມີລັກສະນະສັນຍາລັກສຳຄັນ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງສອງຝ່າຍ, ພາຍຫຼັງ 8 ປີ ທີ່ອັງກິດ ຕົກລົງຖອນຕົວອອກຈາກ EU (Brexit). ກ່າວຄຳເຫັນຕໍ່ການພົບປະ, ທ່ານນາງ von der Leyen ໄດ້ເນັ້ນໜັກເຖິງຄວາມເຫັນດີເຫັນພ້ອມໃນບັນຫາທົ່ວໂລກ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນສອງຝ່າຍ. ທ່ານນາງ ກໍຮຽກຮ້ອງໃຫ້ປະຕິບັດຂໍ້ຕົກລົງ Brexit, ຂອບເຂດ Windsor ແລະ ຂໍ້ຕົກລົງການຄ້າ ແລະການຮ່ວມມື (TCA) ຢ່າງເຂັ້ມງວດ, ພ້ອມທັງຢັ້ງຢືນວ່າ EU ປາດຖະໜາໃຫ້ ລາຊະອາຈາຈັກອັງກິດ ປະຕິບັດບັນດາພັນທະ Brexit ຢ່າງຄົບຖ້ວນກ່ອນທີ່ຈະພິຈາລະນາປົວແປງບັນດາເຄື່ອນໄຫວດ້ານເສດຖະກິດ.

ແຫຼ່ງຄັດຈາກ: vovworld.vn