leftcenterrightdel
ພາບປະກອບ:  AFP/ສໍານັກຂ່າວສານຫວຽດນາມ

ວັນທີ 22 ພຶດສະພາ, ຫ້ອງການຕາງໜ້າດ້ານການຄ້າອາເມລິກາ (USTR) ໄດ້ປະກາດວ່າ ນັບແຕ່ວັນທີ 1 ສິງຫາ ຈະເພີ່ມພາສີຢ່າງແຮງສຳລັບສິນຄ້ານຳເຂົ້າບາງຊະນິດຈາກຈີນ, ລວມມີ ບາດເຕີຣີ ລົດໄຟຟ້າ, ຊີບຄອມພູເຕີ ແລະ ຜະລິດຕະພັນການແພດ. ຕາມແຜນການແລ້ວ, ທ່ານປະທານາທິບໍດີ Joe Biden ຈະຮັກສາລະດັບພາສີ ໂດຍທ່ານ ອະດີດປະທານາທິບໍດີ Donald Trump ວາງອອກ ແລະ ເພີ່ມເຕີມລະດັບພາສີອື່ນໆ, ລວມມີ ເພີ່ມຂຶ້ນທົບ 4 ເທົ່າ ພາສີ ລົດໄຟຟ້າ, ຂຶ້ນສູງກວ່າ 100%, ເພີ່ມຂຶ້ນທົບ 2 ເທົ່າພາສີຕໍ່ວັດຖຸເຄິ່ງຊັກນຳໄຟຟ້າ, ຂຶ້ນເຖິງ 50%. ໄປຄຽງຄູ່ກັນນັ້ນ, ທ່ານນາງ Katherine Tai ຜູ້ຕາງໜ້າດ້ານການຄ້າອາເມລິກາ ກໍ່ສົ່ງເສີມຍົກເວັ້ນພາສີສຳລັບເຄື່ອງຈັກອຸດສາຫະກຳນັບຮ້ອຍຊະນິດທີ່ໄດ້ນຳເຂົ້າຈາກຈີນ, ລວມມີບັນດາວັດຖຸອຸປະກອນຜະລິດ ຜະລິດຕະພັນພະລັງງານແສງຕາເວັນ.

ໃນປະຕິກິລິຍາຂອງຕົນ, ຈີນ ໄດ້ຕຳໜິຕິຕຽນແຜນການເພີ່ມພາສີຂອງອາເມລິກາ ແລະປະກາດວ່າ ມີ “ບັນດາມາດຕະການຢ່າງຂ້ຽວຂາດ” ເພື່ອປົກປ້ອງຜົນປະໂຫຍດຂອງຕົນ. ຈີນ ກໍ່ໃຫ້ຮູ້ວ່າ ບັນດາມາດຕະການພາສີອາກອນດັ່ງກວ່າ ແມ່ນຝືນກັບຄຸນປະໂຫຍດ ແລະກໍ່ຜົນເສຍຫາຍຕໍ່ພື້ນຖານເສດຖະກິດອາເມລິກາ ແລະທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn