leftcenterrightdel
ເດັກໆລຽນແຖວລໍຖ້າຮັບເຄື່ອງຊ່ວຍເຫຼືອ ຢູ່ບ້ານ Pierri ຊູດັງໃຕ້. ພາບ: AFP/ສໍານັກຂ່າວສານຫວຽດນາມ

ຕາມ OCHA ແລ້ວ, ນັບແຕ່ເມື່ອການປະທະກັນລະຫວ່າງພັກຝ່າຍຕ່າງໆເກີດຂຶ້ນຢູ່ປະເທດບ້ານໃກ້ເຮືອນຄຽງຊູດັງ ເລີ່ມແຕ່ເດືອນເມສາ 2023 ນັ້ນ, ຢ່າງໜ້ອຍສຸດມີ 670.000 ຄົນ ໄດ້ລົບໜີອອກຈາກ ຊູດັງ ເພື່ອເດີນທາງໄປຊູດັງໃຕ້. 80% ໃນຈຳນວນນັ້ນ ແມ່ນຊາວຊູດັງໃຕ້ ເຊິ່ງເມື່ອກ່ອນນີ້ເຂົາເຈົ້າໄດ້ຍ້າຍໄປຍັງ ຊູດັງ ເພື່ອລີ້ໄພ. ສະພາບການດັ່ງກ່າວໄດ້ເຮັດໃຫ້ວິກິດການດ້ານມະນຸດສະທຳສຳລັບ ຊູດັງ ນັບມື້ນັບຮ້າຍແຮງຂຶ້ນຕື່ມ. ຕາມການຄາດຄະເນຂອງ ສປຊ ແລ້ວ, ບັນດາອົງກອນມະນຸດສະທຳຂອງອົງການນີ້ຕ້ອງການແຫຼ່ງງົບປະມານຢ່າງໜ້ອຍສຸດ 1,8 ຕື້ ໂດລາສະຫະລັດໃນປີນີ້ເພື່ອຮັບມືກັບວິກິດການມະນຸດສະທຳຢູ່ຊູດັງໃຕ້, ແຕ່ວ່າ ປັດຈຸບັນນີ້, ບັນດາບ້ວງເງິນໜູນຊ່ວຍຂອງປະຊາຄົມສາກົນພຽງສາມາດຕອບສະໜອງໄດ້ 11% ຄວາມຕ້ອງການເທົ່ານັ້ນ.

ແຫຼ່ງຄັດຈາກ vovworld.vn