ໜັງສືພິມ Grupo R Multimedio ໄດ້ເວົ້າຄືນສະພາບການທີ່ພາໄປເຖິງ ເລື່ອງ ຝຣັ່ງ ກໍ່ສ້າງຖານທີ່ໝັ້ນດ້ຽນບຽນຝູ ດ້ວຍການໜູນຫຼັງຂອງອາເມລິກາ, ຂັ້ນຕອນການກະກຽມ ແລະຕັດສິນໃຈຕີຊະນະສັດຕູຂອງທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນຫວຽດນາມ ກໍ່ຄື ການຜັນແປຂອງ 56 ວັນ ແລະຄືນເມື່ອກອງທັບ ແລະປະຊາຊົນຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ເສຍສະຫຼະ, ຄວາມລຳບາກເພື່ອສ້າງໄຊຊະນະ “ດັງກ້ອງໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ”.

leftcenterrightdel
ພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ. ພາບ: ສໍານັກຂ່າວສານຫວຽດນາມ.

ໜັງສືພິມ Grupo R Multimedio ກໍ່ຢັ້ງຢືນວ່າ: ໄຊຊະນະ ດ້ຽນບຽນຝູ ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງສໍາລັບຊາດຫວຽດນາມ ວິລະຊົນ, ສະແດງໃຫ້ເຫັນກຳລັງແຮງສາມັກຄີທົ່ວທັງຊາດ, ຄວາມຄາດຫວັງຢາກມີສັນຕິພາບ, ເອກະລາດແຫ່ງ, ພ້ອມທັງເປັນພະຍານຫຼັກຖານໃຫ້ແກ່ການນຳພາທີ່ດີເລີດຂອງພັກກອມມູນິດຫວຽດນາມ ໂດຍປະທານ ໂຮ່ຈີມິນ ນໍາພາ.

ໄຊຊະນະດ້ຽນບຽນຝູ ໄດ້ບັງຄັບໃຫ້ອຳນາດການປົກຄອງລ່າເມືອງຂຶ້ນຝຣັ່ງ ຕ້ອງລົງນາມໃນສັນຍາ Geneva ໃນປີ 1954, ຟື້ນຟູສັນຕິພາບໃນອິນດູຈີນ, ຮັບຮູ້ພື້ນຖານເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ.

ໜັງສືພິມ Grupo R Multimedio ຕີລາຄາວ່າ ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ປະກອບສ່ວນໂຄ່ນລົ້ມລັດທິລ່າເມືອງຂຶ້ນແບບເກົ່າຢູ່ໃນໂລກເທົ່ານັ້ນ, ຫາກຍັງແມ່ນບ່ອນອີງທີ່ໝັ້ນແກ່ນ, ເຂັ້ມແຂງ ແລະເປັນແບບຢ່າງທີ່ໃສແຈ້ງເພື່ອໃຫ້ບັນດາປະເທດຫົວເມືອງຂຶ້ນລຸກຂຶ້ນຕໍ່ສູ້, ຕ້ານຄືນການກົດຂີ່ຂູດຮີດ ແລະແອກປົກຄອງຂອງລ່າເມືອງຂຶ້ນຢູ່ຫຼາຍແຫ່ງໃນໂລກ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນກິດຈະການຕໍ່ສູ້ເພື່ອພື້ນຖານເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມຂອງມວນມະນຸດ.

ພາຍຫຼັງ 70 ປີ, ຈິດໃຈອົງອາດກ້າແກ່ນຂອງໄຊຊະນະ ດ້ຽນບຽນຝູ ຍັງເໝືອນເດີມ ນັ້ນແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ຍ້ອນຄວາມໝາຍ ແລະຂະໜາດອັນໃຫຍ່ຫຼວງຂອງເຫດການນີ້.

ໂດຍ: ຈາງຫງວຽນ