leftcenterrightdel
ພາບປະກອບ: TheHindu

ການປ່ອນບັດເລືອກຕັ້ງສະມາຊິກສະພາຕ່ຳອິນເດຍ ປີ 2024  ຄັ້ງທີ 3 ໄດ້ດຳເນີນໃນວັນທີ 7 ພຶດສະພາ. ການປ່ອນບັດເລືອກຕັ້ງ ຈະຈັດຂຶ້ນຢູ່ 93 ສະຖານທີ່ເລືອກຕັ້ງໃນ 10 ລັດ ແລະເຂດແຄ້ວນແຫ່ໜຶ່ງທີ່ມີພົນລະເມືອງ ອິນເດຍ ອາໄສຫຼາຍທີ່ສຸດໃນໂລກ. ຜູ້ມີສິດເລືອກຕັ້ງປະມານ 130 ລ້ານຄົນທີ່ມີເງື່ອນໄຂຢ່າງຄົບຖ້ວນໃນການໄປປ່ອນບັດໃນຄັ້ງທີ 3 ຂອງການເລືອກຕັ້ງສະມາຊິກສະພາຕ່ຳຢູ່ ອິນເດຍ. ເຂົາເຈົ້າຈະເລືອກເອົາບັນດາສະມາຊິກສະພາຕ່ຳຊຸດໃໝ່ທີ່ມາຈາກຜູ້ເຂົ້າຮ່ວມການເລືອກຕັ້ງ ກວ່າ 1.300 ຄົນ. ໝາກຜົນຂອງໄລຍະນີ້ຈະມີຜົນສະທ້ອນຢ່າງຍິ່ງຕໍ່ໝາກຜົນຂອງການເລືອກຕັ້ງຄັ້ງສຸດທ້າຍ, ດ້ວຍການມີໜ້າຂອງບັນດາຜູ້ທີ່ມີອິດທິພົນຊື່ສຽງຈາກພັກ BJP ກຳອຳນາດ ແລະກຸ່ມນັກການເມືອງຝ່າຍຄ້ານສະຫະພັນພັດທະນາຮອບດ້ານແຫ່ງຊາດອິນເດຍ (INDIA) ໂດຍພັກ Congress ແຫ່ງຊາດອິນເດຍ ນຳໜ້າ. ຕາມຄະນະເລືອກຕັ້ງອິນເດຍ ແລ້ວ, ມີຜູ້ສັງເກດການ 75 ຄົນມາຈາກ 23 ປະເທດຈະເຂົ້າຮ່ວມການຕິດຕາມກວດກາວິວັດທະນາການເລືອກຕັ້ງໃນຄັ້ງນີ້.

ແຫຼ່ງຄັດຈາກ: vovworld.vn