ນີ້ແມ່ນພິທີຮັບດຳລົງຕຳແໜ່ງເປັນປະທານາທິບໍດີສະໄໝທີ 5 ໃນພາລະກິດການເມືອງຂອງທ່ານ Putin,  ໂດຍຊ່ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕ່ຳສະຫະພັນ ລັດເຊຍ ແລະ ຜູ້ພິພາກສາສານລັດຖະທຳມະນຸນ ລັດເຊຍ, ທ່ານ Vladimir Putin ໄດ້ປະຕິຍານເຄົາລົບ ແລະປົກປ້ອງບັນດາສິດ ແລະສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນຸນ ສະຫະພັນ ລັດເຊຍ, ປົກປັກຮັກສາອະທິປະໄຕ ແລະເອກະລາດ, ຄວາມໝັ້ນຄົງ ແລະຜືນແຜ່ນດິນອັນຄົບຖ້ວນຂອງລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ. ຫຼັງຈາກນັ້ນ, ປະທານສານລັດຖະທຳມະນຸນ ສະຫະພັນ ລັດເຊຍ ໄດ້ປະກາດປະທານາທິບໍດີໄດ້ຮັບດຳລົງຕຳແໜ່ງ.

ກ່ອນໜ້ານັ້ນ, ໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນຫຼາຍກວ່າ 87% ຈຳນວນບັດສະໜັບສະໜູນ.

ແຫຼ່ງຄັດຈາກ: vovworld.vn