ໃນສານທາງສື່ສັງຄົມອອນລາຍ, ທ່ານ Morales Ojeda ໄດ້ຊີ້ແຈ້ງບົດບາດນຳພາຂອງປະທານ ໂຮ່ຈີມິນ, ພັກກອມມູນິດ ແລະກອງທັບປະຊາຊົນຫວຽດນາມ ໃນໄຊຊະນະ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ” ເປັນຂີດໝາຍການປະລາໄຊຂອງລັດທິລ່າເມືອງຂຶ້ນຝຣັ່ງ.

ໃນວັນດຽວກັນ, ໜັງສືພິມເອເລັກໂຕນິກ Cubadebate, ທີ່ມີຈຳນວນຜູ້ເຂົ້າຊົມຫຼາຍທີ່ສຸດຢູ່ປະເທດເກາະ Caribe, ກໍ່ມີບົດຂຽນກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງໄຊຊະນະ, ທີ່ໄດ້ຮັບຕີລາຄາວ່າເປັນ “ໜຶ່ງໃນບັນດາວິລະກຳທີ່ຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ XX”.

leftcenterrightdel
ທ່ານ Morales Ojeda ຊີ້ແຈ້ງບົດບາດນຳພາຂອງປະທານ ໂຮ່ຈີມິນ, ພັກກອມມູນິດ ແລະກອງທັບປະຊາຊົນຫວຽດນາມ ໃນໄຊຊະນະ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ” ເປັນຂີດໝາຍການປະລາໄຊຂອງລ່າເມືອງຂຶ້ນຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍໃຕ້ບົດຂຽນລົງໃນໜັງສືພິມເອເລັກໂຕນິກ Cubadebate, ຜູ້ອ່ານກູບາ ກໍ່ສົ່ງຄຳຊົມເຊີຍເຖິງການນຳ ແລະປະຊາຊົນຫວຽດນາມ ທີ່ໄດ້ຮັບບັນດາຜົນງານໃນພາລະກິດຟື້ນຟູສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະຍືນຍົງພາຍຫຼັງສົງຄາມຕ້ານລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາ.

ຜູ້ອ່ານ Carlos M. Sánchez Cué ວິຈານວ່າ: “ຫວຽດນາມ ຈາກປະເທດນຳເຂົ້າ, ປະຈຸບັນໄດ້ກາຍເປັນປະເທດສົ່ງອອກ. ດ້ວຍບັນດານະຄອນທີ່ສວຍງາມ ແລະຈະເລີນຮັ່ງມີ, ຫວຽດນາມ ແມ່ນພະຍານຫຼັກຖານກ່ຽວກັບສິ່ງທີ່ຊາດໜຶ່ງສາມາດເຮັດໄດ້.”

ສໍານັກຂ່າວ EFE ຂອງແອັດສະປາຍ, ເວັບໄຊຂ່າວໃຫ້ສະຫະລັດເອເມລິກາ ແລະພາກພື້ນອາເມລິກາລາຕິນ EsdeLatino, ແລະໜັງສືພິມ El Debate ທີ່ມີປະຫວັດຄວາມເປັນມານັບຮ້ອຍປີຢູ່ແອັດສະປາຍ, ກໍ່ລົງຂ່າວກ່ຽວກັບການເດີນສວນສະໜາມ ແລະແຫ່ຂະບວນເພື່ອຊົມເຊີຍໄຊຊະນະຢູ່ຫວຽດນາມ.

ໂດຍ: ຈາງຫງວຽນ