leftcenterrightdel
ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ລັດເຊຍ  Nigel Casey ຢູ່ນອກສຳນັກງານກະຊວງການຕ່າງປະເທດ ຢູ່ ມົດສະກູ (ພາບ:  Ria Novosti)

ຄວາມເຄັ່ງຕຶງລະຫວ່າງອັງກິດ ແລະ ລັດເຊຍ ເພີ່ມຂຶ້ນ ພາຍຫຼັງກະຊວງພາຍໃນອັງກິດ ໃຫ້ຮູ້ວ່າ ຈະເນລະເທດທູດການທະຫານຂອງລັດເຊຍ, ລົບລ້າງສິດຍົກເວັ້ນທາງການທູດສຳລັບຊັບສິນອະສັງຫາລິມະຊັບຈຳນວນໜຶ່ງທີ່ເປັນກຳມະສິດຂອງ ລັດເຊຍ ແລະ ຈັດວາງຂໍ້ກຳນົດໃໝ່ສຳລັບວິຊາການທູດຂອງ ລັດເຊຍ.

ກ່ອນໜ້ານັ້ນ, ວັນທີ 7 ພຶດສະພາ, ກະຊວງການຕ່າງປະເທດລັດເຊຍ ກໍໄດ້ຮຽກໂຮມທ່ານເອກອັກຄະລັດຖະທູດອັງກິດ ປະຈຳມົດສະກູ ແນໃສ່ມີປະຕິກິລິຍາຕໍ່ບັນດາບັ້ນບຸກໂຈມຕີຂອງ ຢູແກຼນ ດ້ວຍອາວຸດຂອງອັງກິດ ໃນດິນແດນລັດເຊຍ. ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ ປະເທດນີ້ໄດ້ອະນຸຍາດໃຫ້ ຢູແກຼນ ນຳໃຊ້ລູກສອນໄຟໄລຍະໄກ ທີ່ອັງກິດ ມອບໃຫ້ເພື່ອບຸກໂຈມຕີເຂົ້າດິນແດນລັດເຊຍ.

ແຫຼ່ງຄັດຈາກ: vovowrld.vn