leftcenterrightdel
ທ່ານນາຍົກລັດຖະມົນຕີ ຝລັ່ງ  Gabriel Attal (ເບື້ອງຂວາມື) ຕ້ອນຮັບທ່ານປະທານປະເທດຈີນ ສີຈີ້ນຜິງ (ເບື້ອງຊ້າຍມື) ຢູ່ສະໜາມບິນ Orly, ນະຄອນຫຼວງປາຣີ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ຕາມແຜນການແລ້ວ, ຕອນເຊົ້າວັນທີ 6 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບການນຳຈີນ ແລະພັນລະຍາຢ່າງເປັນທາງການ. ຫຼັງຈາກນັ້ນ, ການນຳຝລັ່ງ ແລະຈີນ ກໍ່ໄດ້ພົບປະເຈລະຈາກ່ຽວກັບບັນດາຫົວຂໍ້ສາກົນທີ່ເປັນບັນຫາຮ້ອນເຮັ່ງໃນປັດຈຸບັນ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານຄະນະກຳມະການເອີຣົບ Ursula vonder Leyen.

ຝລັ່ງ ແມ່ນປະເທດທຳອິດໃນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດຈີນ ສີຈີ້ນຜິງ ໄປຍັງ 3 ປະເທດເອີຣົບ (5 ພຶດສະພາ - 10 ພຶດສະພາ). ຫຼັງຈາກນັ້ນ, ການນຳຈີນ ຈະໄປຢ້ຽມຢາມ Serbia ແລະ Hungary.

ແຫຼ່ງຄັດຈາກ: vovworld.vn