leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ

ວັນທີ 18 ເມສາ, ກະຊວງກະສິກຳອາເມລິກາ ແລະອົງການພັດທະນາສາກົນ ອາເມລິກາ (USDA) ໄດ້ແຈ້ງໃຫ້ຊາບວ່າ ຈະໜູນຊ່ວຍສິນຄ້າທີ່ມີມູນຄ່າ 1 ຕື້ໂດລາສະຫະລັດຂອງ ອາເມລິກາ ໃຫ້ບັນດາປະເທດມີອັດຕາໄພອຶດຫິວສູງ.

ຕາມໂຄງການອາຫານໂລກຂອງສະຫະປະຊາຊາດ (UNWFP) ແລ້ວ, ບັນດາປະເທດທີ່ຈະໄດ້ຮັບການໜູນຊ່ວຍ, ລວມມີ: ສປ.ກົງໂກ, ເຢແມັນ, ຊູດັງໃຕ້, ຊູດັງ ແລະ ຮາຍຕີ, ເຊິ່ງນອນໃນຈຳນວນບັນດາປະເທດຖືກຜົນສະທ້ອນຍ້ອນໄພອຶດຫິວໜັກໜ່ວງທີ່ສຸດ.

ສະຫະປະຊາຊາດໄດ້ກ່າວເຕືອນວ່າ ໄພອຶດຫິວທົ່ວໂລກພວມຮ້າຍແຮງຂຶ້ນຕື່ມ. ປີ 2023, ມີປະຊາຊົນກວ່າ 745 ລ້ານຄົນໃນທົ່ວໂລກຖືກອຶດຫິວຢູ່ລະດັບປານກາງເຖິງຮ້າຍແຮງ. ຕາມສະຫະປະຊາຊາດ ແລ້ວ, ສາຍເຫດພາໄປເຖິງສະພາບການດັ່ງກ່າວແມ່ນຍ້ອນເກີດການປະທະກັນໃນທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ ແລະວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ - 19 ສຳລັບຜູ້ທຸກຍາກຢູ່ໃນໂລກ.

ແຫຼ່ງຄັດຈາກ: vovworld.vn