leftcenterrightdel
ບັນຍາກາດຕະຫຼາດແຫ່ງໜຶ່ງຢູ່ Chennai, ອິນເດຍ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ລະອຽດ, IMF ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕຂອງພາກພື້ນ ອາຊີ-ປາຊີຟິກ ໃນປີ 2024 ຂຶ້ນເປັນ 4,5%, ເພີ່ມຂຶ້ນ 0,3 ຈຸດສ່ວນຮ້ອຍເມື່ອທຽບໃສ່ 6 ເດືອນກ່ອນໜ້ານັ້ນ. ປີ 2023, ເສດຖະກິດພາກພື້ນນີ້ບັນລຸລະດັບການເຕີບໂຕໜ້າປະຫຼາດໃຈໃນໄລຍະ 6 ເດືອນທ້າຍປີ, ອັນໄດ້ຍົກລະດັບການເຕີບໂຕຂອງທັງປີຂຶ້ນເປັນ 5%, ສູງກວ່າເມື່ອທຽບໃສ່ໝາກຜົນຂອງປີ 2022 (3,9%). ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຢູ່ອາຊີ ກວມສ່ວນໃຫຍ່ໃນລະດັບການເຕີບໂຕຕັ້ງໜ້າລວມມີ: ມາເລເຊຍ, ຟີລິບປີນ, ຫວຽດນາມ ແລະພິເສດແມ່ນ ອິນເດຍ. IMF ຕີລາຄາວ່າ ເຖິງວ່າການເຕີບໂຕຂອງພາກພື້ນອາຊີ-ປາຊີຟິກ ໃນປີນີ້ ຊ້າລົງ ແຕ່ຍັງດີກວ່າການຄາດຄະເນ ແລະອາຊີ-ປາຊີຟິກ ຍັງແມ່ນພາກພື້ນທີ່ຂະຫຍັນຂັນເຄື່ອນ, ກວມເອົາປະມານ 60% ອັດຕາເຕີບໂຕຂອງທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn