leftcenterrightdel
ປະຊາຊົນ ກາຊາ ຮັບເຄື່ອງຊ່ວຍເຫຼືອມະນຸດສະທຳ. ພາບ: UN NEWS

ຕາມທ່ານ Andrea De Domenico, ຫົວໜ້າຫ້ອງການປະສານງານກ່ຽວກັບບັນຫາມະນຸດສະທຳຂອງ ສປຊ ຢູ່ບັນດາເຂດດິນແດນ ປາແລັດສະຕິນ ແລ້ວ, ບ້ວງເງິນເພີ່ມເຕີມນີ້ ແມ່ນເພື່ອແກ້ໄຂບັນດາຄວາມຕ້ອງການມະນຸດສະທຳຮອດທ້າຍປີນີ້ຂອງປະຊາຊົນປະມານ 3 ລ້ານຄົນ ທີ່ພວມດຳລົງຊີວິດຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດ ກາຊາ, ໃນນັ້ນ ມີ 90% ງົບປະມານໃຫ້ແກ່ເຂດ ກາຊາ. ສປຊ ກ່າວເຕືອນວ່າ ປະຊາຊົນນັບໝື່ນຄົນຢູ່ເຂດ ກາຊາ ພວມປະເຊີນໜ້າກັບໄພອຶດຫິວ, ພິເສດແມ່ນຢູ່ພາກເໜືອດິນແດນນີ້, ເຊິ່ງເປັນບ່ອນແຈກຢາຍທັນຍາຫານ ແລະ ການອຸປະຖຳຖືກຈຳກັດ. ຕາມທ່ານແລ້ວ, ເລື່ອງຂົນສົ່ງເຄື່ອງຊ່ວຍເຫຼືອຢູ່ໃຈກາງເຂດ ກາຊາ ຍັງຖືກຊັກຊ້າຫຼາຍພໍສົມຄວນ ຍ້ອນການກວດກາຄວາມປອດໄພ ແລະ ໃນນັ້ນ, 41% ຈຳນວນຂໍ້ສະເໜີຂົນສົ່ງເຄື່ອງຊ່ວຍເຫຼືອຂອງ ສປຊ ໃນອາທິດໜ້າຢູ່ເຂດພາກເໜືອ ກາຊາ ຖືກປະຕິເສດ.

ແຫຼ່ງຄັດຈາກ: vovworld.vn