ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ນັບແຕ່ເດືອນ ມິຖຸນາ ປີ 2023.

ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງຈີນ ຢູ່ ຊຽງໄຮ້ ແລະປັກກິ່ງ ເພື່ອແນໃສ່ປຶກສາຫາລືບາງບັນຫາສອງຝ່າຍ, ພາກພື້ນ ແລະທົ່ວໂລກ ລວມທັງວິກິດການຢູ່ຕາເວັນອອກກາງ ແລະການປະທະກັນຢູ່ ຢູແກຼນ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍ່ຈະປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ Joe Biden ແລະທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ກອງປະຊຸມສຸດຍອດ ເຊິ່ງຈັດຂຶ້ນຢູ່ ອາເມລິກາ ໃນທ້າຍປີກາຍ.

ແຫຼ່ງຄັດຈາກ: vovworld.vn