leftcenterrightdel
ອົງການ IMF ຢູ່  Washington, DC, ອາເມລິກາ. ພາບ:  AFP

ໄພເງິນເຟີ້ ໄດ້ຮັບການຄາດຄະເນວ່າ ຈະຫຼຸດລົງແຕ່ 5,9% ໃນປີນີ້ ລົງເຫຼືອພຽງ 4,5% ໃນປີໜ້າ, ຍ້ອນອັດຕາດອກເບ້ຍເພີ່ມຂຶ້ນຢູ່ຫຼາຍປະເທດໃນໂລກ. ບົດລາຍງານຂອງ IMF ຊີ້ໃຫ້ເຫັນຄວາມແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບແງ່ຫວັງການເຕີບໂຕຂອງບັນດາພື້ນຖານເສດຖະກິດພັດທະນາ. ອົງການການເງິນນີ້ຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດອາເມລິກາ  2024 ນີ້ ບັນລຸ 2,7% ສູງກວ່າ ລະດັບ 2,1% ທີ່ໄດ້ຍົກອອກເມື່ອເດືອນມັງກອນ.

ໃນຂະນະນັ້ນ, IMF ຍັງຮັກສາລະດັບຄາດຄະເນອັດຕາເຕີບໂຕເສດຖະກິດຂອງ ຈີນ, ພື້ນຖານເສດຖະກິດໃຫຍ່ອັນດັບ 2 ໃນໂລກ ແມ່ນ 4,6% ໃນປີ 2024 ແລະ 4,1% ໃນປີໜ້າ.

ແຫຼ່ງຄັດຈາກ: vovworld.vn