ຢູ່ນະຄອນຫຼວງ Islamabad (ປະເທດ ປາກິດສະຖານ), ທ່ານປະທານາທິບໍດີ Ebrahim Raisi ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Shehbaz Sharif, ທ່ານປະທານາທິບໍດີ Asif Ali Zardari ແລະ ວົງການການນຳການທະຫານ ປາກິດສະຖານ.

ຄາດວ່າ, ເນື້ອໃນການປຶກສາຫາລືໃນການຢ້ຽມຢາມ ປາກິດສະຖານ ຂອງທ່ານປະທານາທິບໍດີ ອີຣານ ລວມມີ ການພົວພັນສອງຝ່າຍ, ການຮ່ວມມືດ້ານຄວາມໝັ້ນຄົງ, ທໍ່ສົ່ງອາຍແກັດ ແລະສັນຍາການຄ້າເສລີ (FTA) ມີຄວາມສາມາດບົ່ມຊ້ອນ. ການຢ້ຽມຢາມຂອງທ່ານປະທານາທິບໍດີ ອີຣານ ຍັງມີຄວາມໝາຍສຳຄັນໃນຂະນະທີ່ສອງປະເທດແບ່ງປັນບັນດາຜົນປະໂຫຍດເສດຖະກິດສຳຄັນ, ພົ້ນເດັ່ນທີ່ສຸດແມ່ນທໍ່ສົ່ງອາຍແກັດ ປາກິດສະຖານ - ອີຣານ.

ແຫຼ່ງຄັດຈາກ: vovworld.vn