ທີ່ວາລະປຶກສາຫາລືສ້າງຂີດໝາຍເລີ່ມຕົ້ນສັບປະດາພັດທະນາແບບຍືນຍົງ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ສະມັດຊາໃຫຍ່ ສປຊ ຢູ່ນິວຢອກ (ປະເທດ ອາເມລິກາ), ທ່ານເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ເໜືອກວ່າສິ່ງໃດໝົດ, ຕ້ອງເພີ່ມທະວີການມີໜ້າຂອງບັນດາປະເທດພວມພັດທະນາໃນທົ່ວລະບົບການເງິນສາກົນ ແລະໃນທຸກໆການຕັດສິນໃຈ ທີ່ໄດ້ວາງອອກ. ທ່ານ Antonio Guterres ກໍ່ຮຽກຮ້ອງຕ້ອງມານະພະຍາຍາມປະຕິບັດການຫັນເງິນກະຕຸກຊຸກຍູ້ບັນດາເປົ້າໝາຍພວມພັດທະນາແບບຍືນຍົງ (SDG) ທີ່ມີມູນຄ່າຢ່າງໜ້ອຍສຸດ 500 ຕື້ໂດລາສະຫະລັດ ຕໍ່ປີ ເພື່ອອຸປະຖຳໃຫ້ແກ່ບັນດາປະເທດພວມພັດທະນາໂດຍແມ່ນສິ່ງທີ່ບັນດາການນຳໂລກ ໄດ້ເຫັນດີເປັນເອກະພາບຢູ່ກອງປະຊຸມສຸດຍອດ SDG ໃນເດືອນກັນຍາ ປີ 2023.

ແຫຼ່ງຄັດຈາກ: vovworld.vn