leftcenterrightdel
ປະຊາຊົນລາວ ເຂົ້າຮ່ວມພິທີບາສີສູ່ຂວັນ ຕ້ອນຮັບປີໃໝ່ ພສ 2567. ພາບ: ຈິ້ງຢຸງ

ແຕ່ເຊົ້າໆຂອງວັນທີ 13 ເມສາ,  ພິທີສົງນ້ຳພະໄດ້ເລີ່ມປະຕິບັດ, ຈາກນັ້ນ, ນັບແຕ່ເວລາ 12:30 ໂມງເປັນຕົ້ນໄປ, ພິທີແຫ່ພະພຸດທະຮູບ, ເຊິ່ງເປັນໜຶ່ງໃນພິທີກຳສຳຄັນຂອງການເຄື່ອນໄຫວຕ້ອນຮັບປີໃໝ່ໂດຍອໍານາດການປົຄອງນະຄອນຫຼວງວຽງຈັນ ຈັດຂຶ້ນ.

ຢູ່ຕາມວັດວາອາຮາມແຫ່ງຕ່າງໆ, ປະຊາຊົນກໍ່ສືບຕໍ່ປະຕິບັດພິທີສົງນ້ຳພະ, ຂໍພອນ, ອະທິຖານເພື່ອໃຫ້ທຸກຄົນໃນຄອບຄົວມີສຸຂະພາບແຂງແຮງ ແລະມີຄວາມສະຫງົບສຸກໃນປີໃໝ່. ພ້ອມກັນນັ້ນ, ຢູ່ຕາມຖະໜົນຫົນທາງກໍ່ໄດ້ດຳເນີນການເຄື່ອນໄຫວຫົດນ້ຳ, ອວຍພອນເຊິ່ງກັນ ແລະກັນຢ່າງຄຶກຄື້ນມ່ວນຊື່ນ.

leftcenterrightdel
ປະຊາຊົນລາວ ປະຕິບັດພິທີສົງນ້ຳພະຢູ່ວັດ.

ຕາມຄວາມເຊື່ອຖືຂອງຊາວລາວ, ການຫົດນ້ຳມີຄວາມໝາຍລ້າງຄວາມໂຊກຮ້າຍ, ສິ່ງທີ່ບໍ່ດີ, ພະຍາດໂລຄາ, ການເຈັບເປັນ, ຄວາມຜິດພາດຂອງປີເກົ່າໃຫ້ໄຫຼໄປນຳປີເກົ່າ ປີໃໝ່ຮັບເອົາແຕ່ສິ່ງດີໆ, ຮັບເອົາໂຊກລາບເຂົ້າມາໃນຊີວິດ, ຜູ້ໃດຖືກຫົດນໍ້າຫຼາຍ ໃນປີໃໝ່ກໍ່ຈະພົບແຕ່ສິ່ງທີ່ດີງາມ, ມີໂຊກລາບຫຼາຍ.

ຕາມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ແລ້ວ ບຸນປີໃໝ່ປີນີ້ ຈະຈັດຂຶ້ນດ້ວຍຂະໜາດໃຫຍ່ຢູ່ຫຼາຍທ້ອງຖິ່ນ ແລະມີການເຄື່ອນໄຫວຫຼາຍຢ່າງ ເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດລາວ 2024, ປະກອບສ່ວນຫັນເປົ້າໝາຍດຶງດູດນັກທ່ອງທ່ຽວສາກົນໃຫ້ໄດ້ປະມານ 4 ລ້ານເທື່ອຄົນ ໃຫ້ປະກົດຜົນເປັນຈິງ, ສ້າງລາຍຮັບໃຫ້ປະເທດໃນປີ 2024 ໃຫ້ໄດ້ປະມານ 1 ຕື້ໂດລາສະຫະລັດ.

leftcenterrightdel
ປະຊາຊົນລາວ ປະຕິບັດພິທີຫົດນ້ຳ. ພາບ: ຫ໊າຍຕຽນ

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມໝາຍອັນດີງາມຂອງຮີດຄອງປະເພນີຕ້ອນຮັບປີໃໝ່ຂອງປະຊາຊົນລາວ; ພ້ອມກັນນັ້ນກໍ່ຍ້ອງຍໍຊົມເຊີຍປະຊາຊົນລາວບັນດາເຜົ່າທີ່ໄດ້ສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະມານະພະຍາຍາມປະຕິບັດບັນດານະໂຍບາຍຂອງພັກ ກໍ່ຄືເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ໂດຍ: ທະນາພອນ