leftcenterrightdel
ທ່ານນາຍົກລັດຖະມົນຕີໂປໂລຍ Donalk Tusk ແລະທ່ານນາຍົກລັດຖະມົນຕີເກຼັກ Kyriakos Mitsotakis. ພາບ: PAP/Marcin Obara

ຕາມທ່ານນາຍົກລັດຖະມົນຕີ Mitsotakis ແລ້ວ, ເລື່ອງສ້າງກອງທຶນປ້ອງກັນຄວາມໝັ້ນຄົງເອີລົບ ຈະແກ້ໄຂບັນດາຄວາມວິຕົກວັງວົນໃນປະຈຸບັນ, ຍົກຕົວຢ່າງຄືການເພີ່ມທະວີຄວາມສາມາດປ້ອງກັນລູກສອນໄຟ. ທ່ານ ກໍ່ແບ່ງປັນວ່າ ຖ້າບັນດາສະມາຊິກນຳໃຊ້ກອງທຶນລວມນີ້ຈະຕ້ອງພິສູດບັນດາໂຄງການຈະນຳມາເຊິ່ງຄວາມປອດໄພໃຫ້ແກ່ພົນລະເມືອງເອີລົບ, ພ້ອມທັງເນັ້ນໜັກວ່າ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃໝ່ຕ້ອງໄດ້ຍົກອອກມາຢູ່ ເອີລົບ.

ການຢ້ຽມຢາມໂປໂລຍ ຂອງທ່ານນາຍົກລັດຖະມົນຕີ Mitsotakis ແມ່ນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີເກຼັກ ນັບແຕ່ປີ 2011. ທ່ານກໍ່ເນັ້ນໜັກການພົວພັນສ່ວນຕົວຂອງຕົນກັບ ໂປໂລຍ, ພ້ອມທັງສະແດງຄວາມນິຍົມນັບຖືຂອງຊາວເກັຼກ ຕໍ່ຕຳຫຼວດດັບເພິງ ໂປໂລຍ ໄດ້ມາຮອດ ເກັຼກໃນປີ 2023 ເພື່ອໜູນຊ່ວຍບັນດາການເຄື່ອນໄຫວດັບເພິງໃນເຫດໄຟໄໝ້ປ່າ.

ແຫຼ່ງຄັດຈາກ: vovworld.vn