leftcenterrightdel
ໂຮງລະຄອນ Crocus City Hall ວັນທີ  23-3-2024. ພາບ: AFP/ສໍານັກຂ່າວສານຫວຽດນາມ

ບັນດາອົງການເຈົ້າໜ້າທີ່ຂອງ ລັດເຊຍ ໃຫ້ຮູ້ວ່າ ໄລ່ຮອດປັດຈຸບັນນີ້, ຍັງມີ 95 ຄົນ ໄດ້ຮັບຖືວ່າ ຫາຍສາບສູນໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ໂຮງລະຄອນ Crocus City Hall, ຢູ່ຊານເມືອງມົດສະກູ, ປະເທດ ລັດເຊຍ. ບັນຊີລາຍຊື່ຫາຍສາບສູນແມ່ນລວມມີບຸກຄົນທີ່ບໍ່ສາມາດຕິດຕໍ່ໄດ້ພາຍຫຼັງເຫດບຸກໂຈມຕີ ແລະບຸກຄົນທີ່ບໍ່ນອນໃນບັນຊີຜູ້ຖືກບາດເຈັບ ຫຼື ເສຍຊີວິດ. ໄລ່ຮອດປັດຈຸບັນ, ໄດ້ຢັ້ງຢືນວ່າ ມີ 140 ຄົນເສຍຊີວິດໃນເຫດວິນາດຕະກຳນີ້. ກຳລັງເຈົ້າໜ້າທີ່ ລັດເຊຍ ພວມມານະພະຍາຍາມຊອກຫາບັນດາກໍລະນີທີ່ຖືວ່າ ຖືກຫາຍສາບສູນ.

ຕາມການສະຖິຕິຂອງອົງການສາທາລະນະສຸກລັດເຊຍ, ໄລ່ຮອດຕອນເຊົ້າວັນທີ 27 ມີນາ, ຕາມເວລາທ້ອງຖິ່ນ, ຈຳນວນຜູ້ຖືກບາດເຈັບໃນເຫດດັ່ງກ່າວໄດ້ເພີ່ມຂຶ້ນ 360 ຄົນແລ້ວ, ໃນນັ້ນ, ມີເດັກນ້ອຍ 11 ຄົນ.

ແຫຼ່ງຄັດຈາກ: vovworld.vn