leftcenterrightdel
ພາບປະກອບ: Reuters

ທີ່ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 20 ເມສາ, ສະພາຕໍ່າອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍທີ່ມີມູນຄ່າ 61 ຕື້ໂດລາສະຫະລັດ ເພື່ອໜູນຊ່ວຍໃຫ້ຢູແກຼນ. ຕາມນັ້ນແລ້ວ, ຈຳນວນເງິນເກືອບ 14 ຕື້ໂດລາສະຫະລັດ ຈະໃຊ້ຈ່າຍໃຫ້ການເຄື່ອນໄຫວບຳລຸງສ້າງ, ປະກອບເຄື່ອງອຸປະກອນຮັບໃຊ້ບັນດາຄວາມຕ້ອງການຂອງກອງທັບຢູແກຼນ. ກີແອັບ ກໍ່ຈະໄດ້ຮັບຈຳນວນເງິນ 10 ຕື້ໂດລາສະຫະລັດ ດ້ວຍບັນດາບ້ວງເງິນກູ້ຢືມເພື່ອໜູນຊ່ວຍດ້ານເສດຖະກິດ ແລະງົບປະມານຢູແກຼນ, ໃນນັ້ນມີການໜູນຊ່ວຍໃຫ້ແກ່ຂະແໜງພະລັງງານ ແລະຟື້ນຟູພື້ນຖານໂຄງລ່າງ. ຕາມລະບຽບການແລ້ວ, ບ້ວງເງິນໜູນຊ່ວຍດັ່ງກ່າວຈະໄດ້ສົ່ງໄປສະພາສູງອາເມລິກາ ເພື່ອພິຈາລະນາຮັບຮອງເອົາ.

ທ່ານປະທານາບໍດີຢູແກຼນ Volodymyr Zelensky ໄດ້ຊົມເຊີຍເລື່ອງສະພາຕໍ່າອາເມລິກາ ໄດ້ຮັບຮອງເອົາບ້ວງເງິນໜູນຊ່ວຍດັ່ງກ່າວ. ໃນຂະນະນັ້ນ, ວັງ Kremlin ຖືວ່າ ເລື່ອງສະພາຕໍ່າອາເມລິກາ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ຈະເຮັດໃຫ້ມີຊາວຢູແກຼນ ຫຼາຍຄົນເສຍຊີວິດຕື່ມອີກ.

ແຫຼ່ງຄັດຈາກ: vovworld.vn