ຕາມນັ້ນແລ້ວ, ທາດ axit propionic ທີ່ນຳເຂົ້າຈາກ ອາເມລິກາ ຈະຕ້ອງເສຍອັດຕາພາສີ 43,5%, ພາຍຫຼັງດໍາເນີນການສືບສວນໃນເດືອນກໍລະກົດ 2023 ໄດ້ຊີ້ໃຫ້ເຫັນວ່າ ຂະແໜງຜະລິດ axit propionic ຂອງ ຈີນ “ຖືກຜົນເສຍຫາຍຢ່າງໜັກໜ່ວງ”.

ການກະທຳຫຼ້າສຸດຂອງກະຊວງການຄ້າຈີນ ໄດ້ຍົກອອກມາ ພາຍຫຼັງທີ່ລັດຖະບານຂອງທ່ານປະທານາທິບໍດີ Joe Biden  ເຜີຍໃຫ້ຮູ້ວ່າ ຈະເພີ່ມອັດຕາພາສີ ກໍຄື ເພີ່ມຄວາມກົດດັນເພື່ອໃຫ້ ເມັກຊີໂກ ສະກັດກັ້ນ ຈີນ ຂາຍບັນດາຜະລິດຕະພັນປະເພດໂລຫະໄປຍັງ ອາເມລິກາ ໂດຍຜ່ານປະເທດນີ້. ອາເມລິກາ ກໍພວມສືບສວນລະບຽບການການຄ້າຂອງ ຈີນ ໃນບັນດາຂົງເຂດຕໍ່ກໍາປັ່ນ, ການເດີນເຮືອ ແລະ logistics. ຫວ່າງມໍ່ໆມານີ້, ອາເມລິກາ ໄດ້ເພີ່ມທະວີຂໍ້ກຳນົດຕ່າງໆກ່ຽວກັບການສົ່ງອອກທາດເຄິ່ງຊັກນຳຢ່າງເຄັ່ງຂັດກວ່າ, ເຮັດໃຫ້ ຈີນ ປະສົບກັບຄວາມຫຍຸ້ງຍາກໃນການສຳຜັດກັບບັນດາຜະລິດຕະພັນຊິບປັນຍາປະດິດ ແລະອຸປະກອນການປະດິດແຕ່ງຊິບ.

ແຫຼ່ງຄັດຈາກ: vovworld.vn