ຕາມນັກຂ່າວ ອີຢິບ Ahmed Hassan, ຜູ້ຂຽນບົດຂຽນດັ່ງກ່າວແລ້ວ, ໄຊຊະນະ ດ້ຽນບຽນຝູ ປະຫວັດສາດ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ປະຫວັດສາດ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ປ່ຽນສະພາບການໂລກ, ເປີດທາງແກ່ຂະບວນການເອກະລາດແຫ່ງຊາດຢູ່ບັນດາປະເທດຫົວເມືອງຂຶ້ນອີກດ້ວຍ. ໄຊຊະນະນີ້ແມ່ນການລະດົມກຳລັງໃຈ, ແຫຼ່ງບັນດານໃຈອັນຍິ່ງໃຫຍ່ ສຳລັບບັນດາປະເທດຫົວເມືອງຂຶ້ນອື່ນ ໃນໂລກ ໃນວິວັດການຕ້ານສົງຄາມຮຸກຮານ, ຍາດເອົາເອກະລາດ.

leftcenterrightdel
ບົດຂຽນກ່ຽວກັບໄຊຊະນະ ດ້ຽນບຽນຝູ ຂອງນັກຂ່າວ ອີຢິບ Ahmed Hassan. ພາບ: ສໍານັກຂ່າວສານຫວຽດນາມ

ຕາມບົດລາຍງານແລ້ວ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໃນວັນນີ້ພວມກ້າວເດີນໃນເສັ້ນທາງແຫ່ງການພັດທະນາວັດທະນາຖາວອນ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການບັນລຸໄດ້ບັນດາເປົ້າໝາຍທົດສະວັດຂອງ ສປຊ. ກ່ຽວກັບການພົວພັນຕ່າງປະເທດ, ປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫຼື ຄູ່ຮ່ວມມືຍຸດທະສາດກັບ 5 ປະເທດສະມາຊິກຖາວອນ ສະພາຄວາມໝັ້ນຄົງ ສປຊ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ ແມ່ນສູງຫຼາຍ, ພ້ອມທັງກໍສະແດງທັດສະນະ “ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”.

ໂດຍ: ກວຽດເຕິມ