leftcenterrightdel
ສະຖານທີ່ເກີດເຫດ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ທະນາການກໍ່ສ້າງຄືນໃໝ່ ແລະພັດທະນາເອີລົບ (EBRD) ຈະສະໜອງບ້ວງເງິນກູ້ຢຶມໄລຍະຍາວນານທີ່ມີມູນຄ່າ 30 ລ້ານ ເອີໂຣ (32,50 ລ້ານ ໂດລາສະຫະລັດ) ໃຫ້ແກ່ ຕວັກກີ ເພື່ອໜູນຊ່ວຍບັນດາເຂດທີ່ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວເມື່ອເດືອນກຸມພາປີ 2023. ສະຫະພາບເອີລົບ (EU) ຈະແມ່ນຝ່າຍຮັບປະກັນໃຫ້ແກ່ບ້ວງກູ້ຢຶມເງິນນີ້. ບໍລິສັດລົງທຶນ ແລະ ພັດທະນາອະສັງຫາລິມະຊັບການຄ້າ Ronesans Gayrimenkul Yatirim ຂອງ ຕວັກກີ ແມ່ນຫົວໜ່ວຍເຊື່ອມຕໍ່ການປ່ອຍເງິນກູ້ຢຶມນີ້, ລວມມີການໜູນຊ່ວຍກໍ່ສ້າງສູນການຄ້າ 2 ແຫ່ງຢູ່ບັນດາແຂວງທາງທິດຕາເວັນອອກສ່ຽງໃຕ້ຕວັກກີ ເຊິ່ງແມ່ນ Kahramanmaras ແລະ Sanlurfa ທີ່ໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ. ບ້ວງເງິນກູ້ຢືມກໍ່ໄດ້ນຳໃຊ້ ເພື່ອໜູນຊ່ວຍການເຄື່ອນໄຫວດຳເນີນທຸລະກິດ ແລະ ທຳມາຫາກິນ ຂອງປະຊາຊົນເຂດໄພພິບັດ, ໃນສະພາບການປະຊາຊົນຕ້ອງຍົກຍ້າຍອອກຈາກເຂດນີ້ພາຍຫຼັງເກີດແຜ່ນດິນໄຫວໄດ້ເຮັດໃຫ້ສະຖານທີ່ແຫ່ງນີ້ປະສົບກັບສະພາບການຂາດແຫຼ່ງຊັບພະຍາກອນມະນຸດ. ກ່ອນໜ້ານັ້ນ, EBRD ແລະກະຊວງຄັງເງິນ ແລະການເງິນ ຕວັກກີ ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບບ້ວງເງິນໜູນຊ່ວຍ 500 ລ້ານເອີໂຣ ສະຫງວນໃຫ້ຄວາມມານະພະຍາຍາມກໍ່ສ້າງເຂດທີ່ຖືກຜົນກະທົບຈາກເຫດແຜ່ນດິນໄຫວຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn