leftcenterrightdel
ໂຄສົກກະຊວງການຕ່າງປະເທດຫວຽດນາມ ຟ້າມທູຮັ່ງ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ຫວຽດນາມ ຊົມເຊີຍມະຕິສະບັບເລກທີ 2728 ກ່ຽວກັບການຢຸດຍິງຢູ່ເຂດກາຣາ ໂດຍເຊິ່ງສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາໃນວັນທີ 25 ມີນາ ແລະຮຽກຮ້ອງບັນດາຝ່າຍກ່ຽວຂ້ອງປະຕິບັດມະຕິໂດຍທັນທີ ເພື່ອມຸ່ງໄປສູ່ຄຳສັ່ງຢຸດຍິງໄລຍະຍາວ ແລະຍືນຍົງຢູ່ເຂດນີ້, ຍູ້ແຮງການໜູນຊ່ວຍມະນຸດສະທຳ. ປົກປ້ອງສາມັນຊົນ ແລະພື້ນຖານໂຄງລ່າງພົນລະເຮືອນ.

ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມຂອງປະຊາຄົມໂລກໃນການຊຸກຍູ້ທຸກຝ່າຍລະງັບໃຈ. ເຈລະຈາ, ແກ້ໄຂຄວາມບໍລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂຢ່າງຍຸຕິທຳ, ສົມເຫດສົມຜົນ ແລະຍາວນານໃນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.

ໂດຍ: ທະນາພອນ