ຕາມນັ້ນແລ້ວ, ລັດຖະບານອັງກິດ ໄດ້ແຕ່ງຕັ້ງທ່ານສະມາຊິກລັດຖະສະພາ Leo Docherty ເປັນລັດຖະມົນຕີກຳລັງປະກອບອາວຸດ ແລະທ່ານສະມາຊິກລັດຖະສະພາ Luke Hall ເປັນລັດຖະມົນຕີກະຊວງສຶກສາ ແທນໃຫ້ທ່ານ Halfon ແລະ ທ່ານ Heappey.

leftcenterrightdel
ທ່ານນາຍົກລັດຖະມົນຕີອັງກິດ Rishi Sunak. ພາບ: ສໍານັກຂ່າວສານຫວຽນາມ

ເລື່ອງລັດຖະມົນຕີ 2 ທ່ານ ລາອອກຈາກຕຳແໜ່ງແມ່ນການຜັນແປຫຼ້າສຸດໃນທ່າອ່ຽງຖອນຕົວຂອງບັນດານັກການເມືອງພັກນິຍົມຮັກສາເດີມກຳອຳນາດ ເມື່ອພັກນີ້ມີຄວາມສ່ຽງຖືກປະລາໄຊໃນການຫາສຽງເລືອກຕັ້ງທົ່ວປະເທດ ເຊິ່ງຈະຈັດຂຶ້ນໃນໄລຍະຈະມາເຖິງ. ພາຍຫຼັງປະກາດລາອອກຈາກຕຳແໜ່ງ, ທັງສອງທ່ານກໍໃຫ້ຮູ້ວ່າ ຈະບໍ່ເຂົ້າຮ່ວມການຫາສຽງເລືອກຕັ້ງໃນບັ້ນຫາສຽງເລືອກຕັ້ງທົ່ວປະເທດຮອບຕໍ່ໄປ ຢູ່ອັງກິດ, ເຊິ່ງຄາດວ່າຈະດຳເນີນໃນທ້າຍປີນີ້.

ແຫຼ່ງຄັດຈາກ: vovworld.vn