ໜ່ວຍຊາວໜຸ່ມກອງຊ່າງແສງ ມີສະມາຊິກຊາວໜຸ່ມ 12 ສະຫາຍ. ຜ່ານໄລຍະທາງກວ່າ 11.000km, ບັນດາຊາວໜຸ່ມດ້ວຍນໍ້າໃຈຟົດຟື້ນຫ້າວຫັນ ໄດ້ສ້າງຂີດໝາຍໃນຜືນແຜ່ນດິນ Abyei ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນີ້.

leftcenterrightdel
ສະມາຊິກຊາວໜຸ່ມ ກອງຊ່າງແສງ ຊ່ວຍເຫຼືອປະຊາຊົນ ເຮັດກະສິກໍາ. ພາບ: qdnd.vn

“ໃນຊຸມວັນຕົ້ນປີ, ຄະນະບັນຊາກອງຊ່າງແສງ ໄດ້ຊີ້ນໍາໜ່ວຍຊາວໜຸ່ມສ້າງແຜນການ, ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວປະຈັນບານໃນການປະຕິບັດໜ້າທີ່ປະຈໍາ ແລະບັງເອີນຂອງກົມກອງ. ທັງແມ່ນກໍາລັງຫຼັກແຫຼ່ງໃນການໜູນຊ່ວຍມະນຸດສະທໍາໃຫ້ແກ່ປະຊາຊົນໃນບໍລິເວນ”, ຮ້ອຍເອກ ເລຫຶວແຄ໊ງ ເລຂາໜ່ວຍຊາວໜຸ່ມກອງຊ່າງແສງ ແບ່ງປັນ.

leftcenterrightdel
ສະໜອງນໍ້າປະປາ ໃຫ້ປະຊາຊົນ. ພາບ: qdnd.vn

ຄຽງຂ້າງໜ້າທີ່ວິຊາການຊ່າງແສງແລ້ວ, ໃນໄລຍະຜ່ານມາໜ່ວຍຊາວໜຸ່ມຂອງກອງຊ່າງແສງ ໄດ້ແລກປ່ຽນ, ເຊື່ອມຕໍ່ກັບປະຊາຄົມໜຸ່ມຂອງ Abyei ເປັນປະຈໍາ, ກໍາໄດ້ສະພາບການຕົວຈິງ, ຄວາມຫຍຸ້ງຍາກໃນບໍລິເວນ. ຈາກນັ້ນ, ຈັດຕັ້ງການດໍາເນີນຊີວິດພາຍໃນ, ເສີມຂະຫຍາຍລັກສະນະປະດິດສ້າງຂອງສະມາຊິກຊາວໜຸ່ມ, ໄວໜຸ່ມ. ຍາດວັນພັກ, ເວລາພັກຜ່ອນ, ເຂົາເຈົ້າ ໄດ້ແບ່ງເປັນໜ່ວຍສ້ອມແປງໂຕະຕັ່ງໃຫ້ບັນດາໂຮງຮຽນ, ໜູນຊ່ວຍປະຊາຊົນທ້ອງຖິ່ນປູກຕົ້ນກະສິກໍາ, ຫຼື ສະໜອງນໍ້າປະປາໃຫ້ບັນດາເຂດຊຸມຊົນ, ໂຮງໝໍ, ໂບດ...

leftcenterrightdel
ຄວາມເບີກບານມ່ວນຊື່ນຂອງເດັກນ້ອຍ Abyei ເມື່ອກອງຊ່າງແສງຫວຽດນາມ ສະໜອງນໍ້າປະປາໃຫ້. ພາບ: qdnd.vn

ພິເສດ, ໃນຊຸມວັນຕົ້ນເດືອນມີນາ, ໜ່ວຍຊາວໜຸ່ມ ໄດ້ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງການສ້ອມແປງເສັ້ນທາງຄົມມະນາຄົມຢູ່ໃຈກາງເຂດ Abyei. ນີ້ແມ່ນເສັ້ນທາງທີ່ມີພາຫະນະສັນຈອນໄປມາຫຼາຍ, ນອນໃນເຂດຈຸດສຸມ, ໄປຜ່ານບັນດາອົງການທີ່ສໍາຄັນຂອງເຂດ Abyei. ຄະນະຊາວໜຸ່ມກອງຊ່າງແສງ ໄດ້ເປັນເສນາທິການໃຫ້ຄະນະບັນຊາກອງຊ່າງແສງ ດໍາເນີນການສ້ອມແປງ ເພື່ອຮັບປະກັນໃຫ້ແກ່ການສັນຈອນໄປມາຂອງປະຊາຊົນ, ໂດຍສະເພາະແມ່ນໃນລະດູຝົນ ຈະມາເຖິງ.  

leftcenterrightdel
ສ້ອມແປງເສັ້ນທາງຄົມມະນາຄົມຢູ່ໃຈກາງເຂດ Abyei. ພາບ: qdnd.vn

ເສັ້ນທາງສ້ອມແປງສໍາເລັດ ແລະນໍາໃຊ້ໃນເວລາບໍ່ຮອດ 3 ວັນ, ໂດຍບໍ່ຫົວຊາຕໍ່ອາກາດຮ້ອນເອົ້າຂຶ້ນເຖິງ 40 ອົງສາເຊ, ພ້ອມກັບພາຍຸຊາຍ ທີ່ເກີດຂຶ້ນໂດຍບັງເອີນ.

ສະຫາຍ Deng Aguer ຫົວໜ້າສະມາຄົມຊາວໜຸ່ມ Abyei ສະແດງຄວາມຂອບໃຈຕໍ່ກອງຊ່າງແສງຫວຽດນາມ ແລະຫວັງວ່າ ກອງຊ່າງແສງ ຈະສືບຕໍ່ໜູນຊ່ວຍເຂດ Abyei ໃຫ້ຫຼາຍກວ່າ.

ໂດຍ: ໄຊຊະນະ