ຢູ່ນະຄອນຫຼວງກາຍໂຣ, ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຮ່ວມກັບທ່ານ Sameh Shoukry ລັດຖະມົນຕີການຕ່າງປະເທດອີຢິບ, ໂດຍເລຂາທິການໃຫຍ່ ໄດ້ຢໍ້າຄືນຄຳຮຽກຮ້ອງ “ຢຸດຍິງມະນຸດສະທຳໃນທັນທີເພື່ອຫຼຸດຜ່ອນຈຳນວນຊາວປາແລດສະຕີນ ທີ່ພວມດຳລົງຊີວິດແບບລຳບາກເພື່ອເອົາຕົວລອດຢູ່ເຂດ ກາຊາ”.

leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຢ້ຽມຢາມດ່ານຊາຍແດນ Rafah. ພາບ: AFP/ສໍານັກຂ່າວສານຫວຽດນາມ

ກ່ອນນັ້ນໜຶ່ງວັນ, ທ່ານ Antonio Guterres ໄດ້ຢ້ຽມຢາມດ່ານຊາຍແດນ Rafah ຕິດກັບເຂດກາຊາ, ບ່ອນເກີດການປະທະກັນ ແລະປິດລ້ອມທີ່ແກ່ຍາວເປັນເວລາເກືອບ 6 ເດືອນ ເຮັດໃຫ້ພົນລະເມືອງສ່ວນຫຼາຍໃນຈຳນວນ 2,4 ລ້ານຄົນຢູ່ເຂດດິນແດນແຫ່ງນີ້ຕ້ອງອົບພະຍົບ. ຜູ້ນຳ ສປຊ ຖືດ່ານຊາຍແດນ Rafah ແລະສະໜາມບິນ El-Arish ຂອງ ອີຢິບ ແມ່ນເສັ້ນທາງທີ່ຈຳເປັນເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າເຂດ ກາຊາ. ທ່ານໄດ້ຊີ້ແຈ້ງວ່າ ປະຊາຊົນ ປາແລດສະຕິນ ຢູ່ເຂດ ກາຊາ ຕ້ອງການກະແສຟອງການໜູນຊ່ວຍ ຫາກບໍ່ແມ່ນການໜູນຊ່ວຍແບບກະແຈກກະຈາຍເລັກໜ້ອຍ ແລະມາດຕະການໜຶ່ງດຽວເພື່ອຂົນສົ່ງສິນຄ້າມະນຸດສະທຳແມ່ນດ້ວຍທາງບົກ.

ແຫຼ່ງຄັດຈາກ: vovworld.vn