ນັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ທີ່ການຕອບສຳພາດກັບທ່ານ Andrei Kondrashov ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS ໃນວັນທີ 24 ມີນາ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov. ພາບ: AFP/ ສໍານັກຂ່າວສານຫວຽດນາມ

ຜູ້ນຳອົງການການທູດລັດເຊຍ ໄດ້ໃສ່ໃຈເຖິງໝາກຜົນການສະຫຼຸບຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການຕອບສຳພາດຫວ່າງມໍ່ໆມານີ້ທີ່ວ່າ: ລັດເຊຍ ບໍ່ມີຄວາມເຊື່ອໝັ້ນຕໍ່ຝ່າຍຕາເວັນຕົກແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີການຕ່າງປະເທດ Sergei Lavrov ກໍ່ໄດ້ຢັ້ງຢືນຄືນໃໝ່ວ່າ: ລັດເຊຍ ຍາມໃດກໍ່ສ້າງເງື່ອນໄຂເພື່ອດຳເນີນການເຈລະຈາກັບຝ່າຍຕາເວັນຕົກ, ແຕ່ດ້ວຍເງື່ອນໄຂນັ້ນແມ່ນວິວັດການເຈລະຈາຕ້ອງຈິງໃຈ, ມີການຮັບປະກັນ ແລະອີງຕາມສະພາບການຕົວຈິງປະຈຸບັນ ກໍ່ຄືເຈລະຈາບັນດາຜົນປະໂຫຍດສອດຄ່ອງຕາມກົດໝາຍຂອງສະຫະພັນລັດເຊຍ ຢ່າງຄົບຖ້ວນ.

ແຫຼ່ງຄັດຈາກ: vovworld.vn