ພາຍຫຼັງຮູ້ຂ່າວກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 22 ມີນາ, ຢູ່ສະຫະພັນລັດເຊຍທີ່ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ກ່າວປະນາມເຫດການດັ່ງກ່າວ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຕຳໜິຕິຕຽນຢ່າງຮຸນແຮງເຫດບຸກໂຈມຕີ ແລະ ສະແດງຄວາມສາມັກຄີກັບປະຊາຊົນລັດເຊຍ. ສ່ວນທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ເນັ້ນໜັກວ່າ “ການກະທຳກໍ່ການຮ້າຍ ແມ່ນສິ່ງບໍ່ອາດຮັບຮູ້ໄດ້ ເຖິງວ່າເລີ່ມຈາກສາຍເຫດໃດ ແລະ ຕົວການແມ່ນໃຜກໍຕາມ”.

leftcenterrightdel
ພາບປະກອບ AP.

ໃນສານແບ່ງເບົາຄວາມເສົ້າສະຫຼົດໃຈສົ່ງເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ຈີນ ຄັດຄ້ານ ການກໍ່ການຮ້າຍດ້ວຍ ທຸກຮູບແບບ, ກ່າວປະນາມຢ່າງຮຸນແຮງບັນດາກໍລະນີບຸກໂຈມຕີກໍ່ການຮ້າຍ ແລະ ເດັດດຽວສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ ລັດເຊຍ ເພື່ອແນໃສ່ປົກປັກຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ກ່າວປະນາມເຫດບຸກໂຈມຕີ, ພ້ອມທັງຢັ້ງຢືນຄວາມສາມັກຄີກັບລັດຖະບານ ແລະ ປະຊາຊົນລັດເຊຍ ໃນໄລຍະເວລາຫຍຸ້ງຍາກນີ້. ກະຊວງການຕ່າງປະເທດ ປາກິດສະຖານ ກໍ່ໄດ້ອອກຖະແຫຼງການກ່າວປະນາມການບຸກໂຈມຕີ ແລະ ສະແດງຄວາມແບ່ງປັນຢ່າງເລິກເຊິ່ງ ກັບບັນດາຄອບຄົວຜູ້ປະສົບເຄາະຮ້າຍ.

ຈາກ ອາເມລິກາ, ທ່ານລັດຖະມົນຕີ ອາເມລິກາ Antony Blinken ໄດ້ກ່າວປະນາມລັດທິ ກໍ່ການຮ້າຍພາຍໃຕ້ທຸກຮູບການ ພ້ອມທັງສະແດງຄວາມສາມັກຄີກັບປະຊາຊົນລັດເຊຍ. ໃນຂະນະນັ້ນ, ທ່ານ Farah Dakhlallah, ໂຄສົກຂອງອົງການ NATO ກໍ່ກ່າວປະນາມເຫດບຸກໂຈມຕີນີ້, ພ້ອມທັງສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອັງກິດ David Cameron ກໍ່ໄດ້ກ່າວປະນາມເຫດບຸກໂຈມຕີ “ດ້ວຍບັນດາຄຳສັບທີ່ເຂັ້ມແຂງທີ່ສຸດ” ແລະ ສະແດງຄວາມເສົ້າສະຫຼົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ.

ແຫຼ່ງຄັດຈາກ vovworld.vn