ວັນທີ 23 ມີນາ, ກ່າວຄຳເຫັນຜ່ານຊ່ອງໂທລະພາບແຫ່ງຊາດ ພາຍຫຼັງເຫດບຸກໂຈມຕີຢູ່ໂຮງລະຄອນ Crocus City Hall ທີ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າ: ວັນທີ 24 ມີນາ ແມ່ນວັນໄວ້ທຸກທົ່ວປະເທດ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍທີ່ນອງເລືອດນີ້. ຕາມບົດລາຍງານອັບເດດຂອງຄະນະກຳມະການສືບສວນສະຫະພັນລັດເຊຍ, ຮອດຕອນຄ່ຳວັນທີ 23 ມີນາ, ຈຳນວນຜູ້ເສຍຊີວິດແມ່ນ 133 ຄົນ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ Kremlin.ru

ແລະກໍ່ໃນວັນດຽວກັນ, ທ່ານນາງ Maria Zakharova, ໂຄສົກຂອງກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາອົງການພິເສດ ແລະ ປະຕິບັດກົດໝາຍຂອງລັດເຊຍ ພວມສືບສວນເຫດບຸກໂຈມຕີ ແລະ ບັນດາກໍ່ໃຫ້ເກີດໂທດກຳນີ້ຈະຕ້ອງຖືກປັບໄໝລົງໂທດຕາມກົດໝາຍ. ທ່ານນາງເນັ້ນໜັກວ່າ ລັດເຊຍ “ສະໜັບສະໜູນທຸກຄວາມມານະພະຍາຍາມເພື່ອຕ້ານຄືນລັດທິກໍ່ການຮ້າຍສາກົນ ແລະ ກ່າວປະນາມການກະທຳນີ້ພາຍໃຕ້ທຸກຮູບການ ແລະ ການສະແດງ ກໍ່ຄືບໍ່ວ່າສະຖານທີ່ໃດໆທີ່ມີການກໍ່ການຮ້າຍ”.

ແຫຼ່ງຄັດຈາກ vovworld.vn