leftcenterrightdel
ໂຄສົກວັງ Kremlin, ທ່ານ Dmitry Peskov. ພາບ: AFP/ ສໍານັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ໂຄສົກກະຊວງການຕ່າງປະເທດຈີນ ລິນແຈນ ບໍ່ມີການວິເຄາະກ່ຽວກັບຂໍ້ມູນຂ່າວຈາກສຳນັກຂ່າວສານ Bloomberg ທີ່ວ່າ, ຈີນ ແລະລັດເຊຍ ບັນລຸໄດ້ຂໍ້ຕົກລົງກັບການນຳກຳລັງ Houthi ຢູ່ ເຢແມັນ ຕໍ່ເລື່ອງບໍ່ກີດຂວາງກຳປັ່ນຂອງ ສອງປະເທດນີ້ໄປຜ່ານທະເລແດງ ແລະຊ່ອງແຄບທະເລ Bab el-Mandeb. ທ່ານ ລິນແຈນ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ມານະພະຍາຍາມເພື່ອຮັບປະກັນຄວາມປອດໄພໃນການເດີນທະເລຢູ່ທະເລແດງ.

ກ່ອນໜ້ານັ້ນ, ວັນທີ 21 ມີນາ, ສຳນັກຂ່າວສານ Bloomberg ໄດ້ຄັດແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ຈີນ ແລະລັດເຊຍ ບັນລຸໄດ້ຂໍ້ຕົກລົງກັບກຳລັງ Houthi ພາຍຫຼັງບັນດາການເຈລະຈາຢູ່ Oman.

ແຫຼ່ງຄັດຈາກ: vovworld.vn