leftcenterrightdel
 ພາບປະກອບຈາກ Reuters

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຍີ່ປຸ່ນ ແລ້ວ, ວັນທີ 21 ມີນາ, ທີ່ກອງປະຊຸມຈັດຂຶ້ນຢູ່ ໂຕກຽວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Masataka Okano, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Kurt Campbell ແລະ ຄູ່ຕຳແໜ່ງ ຟີລິບປິນ ທ່ານນາງ Maria Theresa Lazaro ໄດ້ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັກສາ ແລະ ປັບປຸງ “ຄວາມເປັນລະບຽບຮຽບຮ້ອຍສາກົນເສລີ ແລະ ເປີດກວ້າງ ໂດຍອີງໃສ່ນິຕິບັນຍັດ” ແລະ ມຸ່ງໄປເຖິງການເຕີບໂຕເສດຖະກິດຢູ່ພາກພື້ນ.

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ Okano, ຖະແຫຼງວ່າ ບັນດາຝ່າຍຈະຮັບປະກັນການກະກຽມຢ່າງລອບຄອບທີ່ຖ້ວນໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງນາຍົກລັດຖະມົນຕີຍີ່ປຸ່ນ, ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ຟີລິບປິນ, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ເມສາ ຢູ່ ວໍຊິງຕັນ.

ຄາດວ່າ, ບັນດາການນຳຈະປຶກສາຫາລືກ່ຽວກັບການຮ່ວມມື 3 ຝ່າຍ ເພື່ອຊຸກຍູ້ການເຕີບໂຕເສດຖະກິດຢ່າງຮອບດ້ານ ແລະ ເຕັກໂນໂລຊີໃໝ່ທີ່ຫາກໍ່ພົ້ນເດັ່ນ, ຊຸກຍູ້ລະບົບສະໜອງພະລັງງານສະອາດ ແລະການຮ່ວມມືດ້ານດິນຟ້າອາກາດ, ກໍຄືເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ແລະ ໃນທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn