ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານອຸປະທູດ ຫງວຽນຮວ່າງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງຕ້ອງມີວິທີການສໍາພັດຢ່າງຮອບດ້ານ, ກວມລວມ ແລະຖືປະຊາຊົນເປັນໃຈກາງ; ເອົາໃຈໃສ່ແກ້ໄຂຕົ້ນເຫດຂອງການປະທະກັນ ເພື່ອຫຼຸດພົ້ນອອກຈາກວົງວຽນຂອງສະພາບການດ້ອຍພັດທະນາ, ຂາດຄວາມສະເໝີພາບ, ຂາດຄວາມຍຸດຕິທຳ ແລະໃຊ້ຄວາມຮຸນແຮງ.

leftcenterrightdel
ທ່ານອຸປະທູດ ຫງວຽນຮວ່າງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານອຸປະທູດ ຫງວຽນຮວ່າງງວຽນ ກໍ່ໃຫ້ຮູ້ວ່າ, ສະພາຄວາມໝັ້ນຄົງຕ້ອງຂຸດຄົ້ນເຄື່ອງມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນກວ່າອີກຄື: ການທູດປ້ອງກັນ, ການໄກ່ເກ່ຍ, ການແກ້ໄຂການຂັດແຍ່ງໂດຍສັນຕິວິທີ ບົນພື້ນຖານການປະຕິບັດຕາມຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ; ໃຫ້ບຸລິມະສິດແກ່ການລົງທຶນຫຼາຍກວ່າອີກໃຫ້ແກ່ຄວາມມານະພະຍາຍາມສ້າງຄວາມໄວ້ວາງໃຈ ແລະກົນໄກການເຕືອນໄພລ່ວງໜ້າ.

ທ່ານ ຫງວຽນຮວ່າງງວຽນ ຢືນຢັນວ່າ ຫວຽດນາມ ໄດ້ປະຕິບັດບັນດາບາດກ້າວເດີນຢ່າງລະອຽດ ເພື່ອຍົກສູງບົດບາດນຳພາ ແລະການເຂົ້າຮ່ວມຂອງແມ່ຍິງຢູ່ທຸກຂັ້ນຄຸ້ມຄອງ; ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການເຂົ້າຮ່ວມ ແລະການປະກອບສ່ວນຂອງແມ່ຍິງຫວຽດນາມ ເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ພ້ອມທັງ ຖືການແກ້ໄຂບັນຫາທີ່ກ່ຽວຂ້ອງກັບຊາວໜຸ່ມ ເຊັ່ນ: ການສຶກສາ, ວຽກເຮັດງານທຳ ແລະສະຫວັດດີການເປັນຂໍກຸນແຈ ເພື່ອສະກັດກັ້ນລັດທິຫົວຮຸນແຮງ, ການໃຊ້ຄວາມຮຸນແຮງ ແລະຄວາມສ່ຽງທີ່ຈະເກີດການປະທະກັນ ຫຼືກັບມາເກີດຂຶ້ນໃໝ່.

ໂດຍ: ທະນາພອນ