ຫວຽດນາມ, UNESCO ຕັດສິນໃຈນຳການພົວພັນຮ່ວມມືສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ
ກປ.ອອນໄລ - ໃນລະຫວ່າງວັນທີ 27-28 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານນາງ ເອກອັກຄະລັດຖະທູດ ຫງວຽນທິເວິນແອັງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ເຂົ້າຢ້ຽມຂ່ຳນັບ ແລະເຮັດວຽກກັບທ່ານ ກຸຍຊິງ, ຮອງຜູ້ອຳນວຍການໃຫຍ່ອົງການ UNESCO; ທ່ານ Esnesto Ottone Ramirez ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ UNESCO ຮັບຜິດຊອບດ້ານວັດທະນະທຳ ແລະ ທ່ານ Anthony Ohemeng Boamah ຜູ້ຊ່ວຍວຽກຜູ້ອໍານວຍການໃຫຍ່ອົງການ UNESCO ຮັບຜິດຊອບກ່ຽວກັບບຸລິມະສິດສຳລັບ ອາຟະລິກາ ແລະການພົວພັນຕ່າງປະເທດ.
ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວິນແອັງ ຢັ້ງຢືນວ່າ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະແຜນນະໂຍບາຍຂອງຫວຽດນາມ ໃນການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ຍົກສູງນະໂຍບາຍຂອງຫວຽດນາມ ທີ່ຖືວັດທະນະທຳ, ວິທະຍາສາດ ແລະການສຶກສາ ແມ່ນບັນດາກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາຕາມບັນດາສົນທິສັນຍາຂອງ UNESCO ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ. ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວິນແອັງ ປາດຖະໜາວ່າ UNESCO ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດວັດທະນະທຳ, ການສຶກສາ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ, ຖະແຫຼງຂ່າວ ແລະການສື່ສານ.
    |
 |
ທ່ານນາງ ເອກອັກຄະລັດຖະທູດ ຫງວຽນທິເວິນແອັງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ UNESCO ແລະ ທ່ານ ກຸຍຊິງ, ຮອງຜູ້ອຳນວຍການໃຫຍ່ອົງການ UNESCO. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານຮອງຜູ້ອຳນວຍການໃຫຍ່ ແລະ ບັນດາຜູ້ຊ່ວຍວຽກຂອງທ່ານຜູ້ອຳນວຍໃຫຍ່ UNESCO ກໍໄດ້ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ຮ່ວມເດີນທາງ ແລະໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການສຶກສາ, ວິທະຍາສາດ ແລະ ວັດທະນະທຳ, ໃນນັ້ນມີການໃຫ້ຄຳປຶກສາການສ້າງບັນດາສຳເນົາເອກະສານໃໝ່ ເພື່ອຍື່ນສະເໜີຕໍ່ UNESCO ຮັບຮອງ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າມໍລະດົກທີ່ຕິດພັນກັບການພັດທະນາແບບຍືນຍົງ, ພ້ອມທັງໝັ້ນໝາຍວ່າ ທ່ານຈະສັບຊ້ອນເວລາມາຢ້ຽມຢາມຫວຽດນາມ ໃນຈຸດເວລາທີ່ເໝາະສົມ.
ໂດຍ: ກວຽດເຕິມ