leftcenterrightdel
ການນຳບັນດາປະເທດຂຶ້ນກັບກຸ່ມ MERCOSUR ແລະ ທ່ານປະທານາທິບໍດີ ໂບລິເວຍ Luis Arce. ພາບ: ສໍານັກຂ່າວສານຫວຽດນາມ

ໃນວາລະເຮັດວຽກວັນທີ 7 ທັນວາ, MERCOSUR ໄດ້ປະກາດຂໍ້ຕົກລົງຮັບເອົາໂບລິເວຍ ເຂົ້າເປັນສະມາຊິກທາງການທີ 5 ຂອງກຸ່ມນີ້. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານາທິບໍດີບຣາຊິນ Lula da Silva, ຢືນຢັນວ່າ ເລື່ອງ ໂບລິເວຍ ເຂົ້າເປັນສະມາຊິກຂອງ MERCOSUR ແມ່ນ “ຜົນງານສຳຄັນ” ສຳລັບກຸ່ມນີ້.

ແລະກໍ່ໃນຂອບເຂດກອງປະຊຸມ, MERCOSUR ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກັບສິງກະໂປ ຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດພາຍຫຼັງໄລຍະ 12 ປີທີ່ກຸ່ມນີ້ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບຄູ່ຮ່ວມມືນອກກຸ່ມ.

ແຫຼ່ງຄັດຈາກ: vovworld.vn