ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີ Vladimir Putin ໄດ້ສະແດງຄວາມປາດຖະໜາຢາກ ພັດທະນາການພົວພັນກັບບັນດາປະເທດຜ່ານຊ່ອງທາງການທູດ.

leftcenterrightdel
ທ່ານປະທານາທິບໍດີ Vladimir Putin. ພາບ: Reuters

ກ່ຽວກັບການພົວພັນລະຫວ່າງ ລັດເຊຍ - ເຢຍລະມັນ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ສະພາບການຂາດວັກຂາດຕອນໃນປັດຈຸບັນລະຫວ່າງການພົວພັນສອງປະເທດ ບໍ່ມີຜົນປະໂຫຍດໃຫ້ແກ່ຝ່າຍໃດ. ລັດເຊຍ ສະໜັບສະໜູນການຮ່ວມມືທີ່ມີຄວາມສະເໝີພາບນີ້. ທ່ານຢ້ຳຄືນວ່າ ນອກຈາກບັນດາການພົວພັນດ້ານການເມືອງ ແລະ ເສດຖະກິດກ່ອນໜ້ານັ້ນ, ລັດເຊຍ ແລະ ເຢຍລະມັນ ກໍ່ໄດ້ປະສົມຜົນສຳເລັດ ໃນການພັດທະນາບັນດາການພົວພັນໃນຂົງເຂດວິທະຍາສາດ, ການສຶກສາ, ວັດທະນະທຳ ແລະ ມະນຸດສະທຳນຳອີກ. ບັນດາການພົວພັນຄືດັ່ງນີ້ ບໍ່ພຽງແຕ່ສຳຄັນສຳລັບສອງປະເທດເທົ່ານັ້ນ ຫາກຍັງມີຜົນປະໂຫຍດໃຫ້ແກ່ທົ່ວເອີລົບອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn