leftcenterrightdel
ພາບປະກອບ: GAZETA DO POVO

OPEC ຫວັງວ່າ, ເລື່ອງ ບຣາຊິນ ເຂົ້າເປັນສະມາຊິກ OPEC+ ຈະຊ່ວຍເພີ່ມທະວີການສົ່ງຜົນສະທ້ອນ ແລະ ທີ່ຕັ້ງຂອງກຸ່ມນີ້ບົນຕະຫຼາດນ້ຳມັນໂລກ. ປະຈຸບັນ, ບຣາຊິນ ແມ່ນປະເທດຜະລິດນ້ຳມັນໃຫຍ່ທີ່ສຸດຢູ່ ອາເມລິກາລາຕິງ ແລະ ນອນໃນຈຳນວນ 10 ປະເທດຜະລິດນ້ຳມັນດິບແຖວໜ້າໂລກ.

ໃນເຫດການທີ່ກ່ຽວຂ້ອງໃນວັນດຽວກັນ, ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະຍົກລະດັບການຫຼຸດຜ່ອນປະລິມານນ້ຳມັນໂດຍສະໝັກໃຈຂຶ້ນເຖິງ 500.000 ຖັງ/ວັນ ແລະ ຂໍ້ຕົກລົງນີ້ຈະແກ່ຍາວຮອດໝົດໄຕມາດທີ I ປີ 2024, ດ້ວຍສາຍເຫດແມ່ນ “ຮັກສາຄວາມສະຖຽນລະພາບ ແລະ ຄວາມດຸ່ນດ່ຽງໃນຕະຫຼາດນ້ຳມັນ”. ໃນຂະນະນັ້ນ, ຊະອຸດີອາຣາເບຍ ກໍ່ຖະແຫຼງຈະຕໍ່ກຳນົດເວລາຫຼຸດຜ່ອນປະລິມານນ້ຳມັນຜະລິດສະໝັກໃຈ 1 ລ້ານຖັງ/ວັນ “ຈົນຮອດທ້າຍໄຕມາດ ທຳອິດຂອງປີ 2024”.

ແຫຼ່ງຄັດຈາກ: vovworld.vn