ບັນຫາຊາວອົບພະຍົບ: ຜູ້ອຳນວຍການໃຫຍ່ IOM ຄົນໃໝ່ ປາດຖະໜາຢາກຊອກຮູ້ວິທີການໃໝ່
ຄວາມສົນໃຈໃຫຍ່ທີ່ສຸດຂອງ IOM ແມ່ນຈຳນວນຜູ້ເສຍຊີວິດຢູ່ ທະເລເມເຕເຣນຽນ ທີ່ຖືກຖືວ່າແມ່ນບັນຫາທຳມະດາ ແລະທຸກໆຄົນຖືວ່າ ນີ້ພຽງແຕ່ແມ່ນຜົນທີ່ຈະຕ້ອງຮັບ ຍ້ອນການອົບພະຍົບແບບຜິດກົດໝາຍຂອງເຂົາເຈົ້າ.
ວັນທີ 2 ຕຸລາ, ຢູ່ເຊີແນວ, ປະເທດສະວິດ, ທ່ານນາງ Amy Pope ຜູ້ອຳນວຍການໃຫຍ່ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້ານຖິ່ນຖານ (IOM) ຄົນໃໝ່ ໄດ້ສະແດງຄວາມວິຕົກກັງວົນຕໍ່ການຖືເບົ່າສະພາບການເສຍຊີວິດຂອງຊາວອົບພະຍົບ ແລະລີ້ໄພຢູ່ ທະເລເມດີເຕເຣນຽນ, ກໍ່ຄືຢັ້ງຢືນຈະຮ່ວມມືກັບບັນດາລັດຖະບານ ເພື່ອວາງອອກບັນດາວິທີການແນໃສ່ແກ້ໄຂວິກິດການ.
ທ່ານນາງ Amy Pope ເນັ້ນໜັກວ່າ: ຄວາມສົນໃຈໃຫຍ່ທີ່ສຸດຂອງ IOM ແມ່ນຈຳນວນຜູ້ເສຍຊີວິດຢູ່ທະເລເມເຕເຣນຽນ ທີ່ຖືກຖືວ່າແມ່ນບັນຫາທຳມະດາ ແລະທຸກໆຄົນຖືວ່າ ນີ້ພຽງແຕ່ແມ່ນຜົນທີ່ຈະຕ້ອງຮັບ ຍ້ອນການອົບພະຍົບແບບຜິດກົດໝາຍຂອງເຂົາເຈົ້າ. ໃນໄລຍະຈະມາເຖິງ, ທ່ານນາງ Amy Pope ຈະໄປຍັງເຂດອາບຟຼິກກາຕາເວັນອອກເພື່ອພົບປະກັບເຈົ້າໜ້າທີ່ຄະນະກຳມະການສະຫະພາບ ອາບຟຼິກກາ ຢູ່ ເອທີໂອເປຍ ແລະຫຼັງຈາກນັ້ນຈະໄປຍັງ Brussels, ປະເທດແບນຊິກ ເພື່ອພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງສະຫະພາບເອີລົບ ແລະ ຊອກຫາຂໍ້ຕົກລົງແກ້ໄຂໄພອົບພະຍົບແບບຜິດກົດໝາຍນີ້.
ແຫຼ່ງຄັດຈາກ: vovworld.vn