ທ່ານປະທານາທິບໍດີ Joe Biden  ຖະແຫຼງວ່າ ອາເມລິກາ ຈະບໍ່ປະຢູແກຼນ ໂດຍບໍ່ຫົວຊາຕໍ່ເລື່ອງໃຫ້ການຊ່ວຍເຫຼືອ ຖືກນຳອອກຈາກຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍ, ພ້ອມທັງຮຽກຮ້ອງໃຫ້ພັກສາທາລະນະ “ຢຸດຫຼີ້ນເກມດັ່ງກ່າວ”.

leftcenterrightdel
ສະພາບການຂອງຕຶກອາຄານໜຶ່ງ ຢູ່ເຂດ Kharkiv (ຢູແກຼນ) ຖືກມ້າງທຳລາຍ ຍ້ອນການປະທະກັນ, ວັນທີ 22 ກຸມພາ 2023.  ພາບ: AFP

ກໍໃນວັນດຽວກັນ, ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ), ທ່ານ Josep Borrell ກ່າວວ່າ ຢູແກຼນ ຕ້ອງໃຫ້ການຊ່ວຍເຫຼືອດ້ານການທະຫານຕື່ມອີກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ອີຢູ ຈະສືບຕໍ່ໜູນຊ່ວຍ ຢູແກຼນ. ທ່ານ Josep Borrell ກໍໃຫ້ຮູ້ວ່າ ອີຢູ ພວມກະກຽມຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຍາວນານໃຫ້ແກ່ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn