ວັນທີ 30 ກັນຍາ, ອຳນາດການປົກຄອງ ອາກເມເນຍ ໄດ້ໃຫ້ຮູ້ວ່າ ມີປະຊາຊົນກວ່າ 100,000 ຄົນໄດ້ເດີນທາງອອກຈາກ Nagorny-Karabakh, ໝາຍຄວາມວ່າ ມີປະຊາກອນ ອາກເມເນຍ ກວ່າ 80% ໄດ້ອອກໄປ. ການອົບພະຍົບໄດ້ດຳເນີນໄປພາຍຫຼັງທີ່ອຳນາດການປົກຄອງ ອາກເມເນຍ ຢູ່ Nagorny-Karabakh ຍອມຈຳນົນຕໍ່ກອງທັບ ອາແຊັກໄບຊານ ໃນການບັ້ນຮົບດ້ານການທະຫານແບບວ່ອງໄວໃນອາທິດຜ່ານມາ ແລະປະກາດຈະຍຸບເລີກແຕ່ວັນທີ 01 ມັງກອນ 2024.

leftcenterrightdel
ມີປະຊາຊົນກວ່າ 100,000 ຄົນໄດ້ເດີນທາງອອກຈາກ Nagorny-Karabakh. ພາບ: AFP/ສໍານັກຂ່າວສານຫວຽດນາມ

ວົງການນັກສັງເກດການຖືວ່າ, ຖ້າຊາວ ອາກເມເນຍ ທັງໝົດ 120,000 ຄົນໄດ້ເດີນຕາມແລວ Lachin ໄປເຖິງ ອາກເມເນຍ, ປະເທດນີ້ອາດຈະປະເຊີນໜ້າກັບວິກິດການດ້ານມະນຸດສະທຳ.

ໂຄສົກຂອງອົງການສະຫະປະຊາຊາດ,  ທ່ານ Stephane Dujarric, ໄດ້ແຈ້ງໃຫ້ຊາບວ່າ ອົງການີ້ຈະສົ່ງຄະນະຜູ້ຕາງໜ້າໄປຍັງ Nagorny-Karabakh ໃນທ້າຍອາທິດຈະມາເຖິງ, ແມ່ນເພື່ອຕີລາຄາຄວາມຕ້ອງການ ດ້ານມະນຸດສະທໍາເປັນຕົ້ນ.

ແຫຼ່ງຄັດຈາກ vovworld.vn