leftcenterrightdel
ບັນຍາກາດທີ່ວາລະປຶກສາຫາລື. ພາບ: vov.vn

ໂດຍຕາງໜ້າໃຫ້ແກ່ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ອາຊຽນ ຍາມໃດກໍ່ຖືການພັດທະນາສັງຄົມແມ່ນບຸລິມະສິດແຖວໜ້າ ແລະໃຫ້ຄຳໝັ້ນສັນຍາສ້າງປະຊາຄົມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ຖືມະນຸດເປັນໃຈກາງ ແລະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ(SDGs)  ຂອງ ສປຊ.

ອາຊຽນ ບັນລຸໄດ້ຄວາມກ້າວໜ້າໃນການເຕີບໂຕເສດຖະກິດ, ພັດທະນາ ແລະມີການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ ຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານນາງ ເລທິມິງທວາ ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືມະນຸດ ທັງເປັນເຈົ້າຂອງ ທັງເປັນເປົ້າໝາຍ, ກຳລັງໜູນໃນທຸກນະໂຍບາຍພັດທະນາ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ