leftcenterrightdel
ພາບວັດ ບ໋າຍດີ໊ງ. ພາບ: ສູນ ອາຊຽນ - ສ. ເກົາຫຼີ

ວັນທີ 28 ກັນຍາ, ສູນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ສ.ເກົາຫຼີ ໄດ້ຈຳໜ່າຍບັນດາວີດີໂອ ໂຄສະນາການທ່ອງທ່ຽວອາຊຽນ ເນື່ອງໃນໂອກາດວັນທ່ອງທ່ຽວໂລກ (27 ກັນຍາ). ບັນດາວີດີໂອ ເພື່ອແນໃສ່ແນະນຳອາຊຽນ ຄືດັ່ງຊັບພະຍາກອນວັດທະນະທຳ ແລະທ່ອງທ່ຽວຫຼາຍຮູບແບບຂອງພາກພື້ນ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດການທ່ອງທ່ຽວລະຫວ່າງອາຊຽນ ແລະສ. ເກົາຫຼີ. ດ້ວຍຫົວຂໍ້ “ການຢ້ຽມຢາມວັດທະນະທຳ ແລະ ສະຖາປັດຕະຍາກຳ”, ບັນດາວີດີໂອ ທີ່ຜະລິດໃນປີນີ້ໄດ້ສຸມໃສ່ແນະນຳບັນດາສະຖາປັດຕະຍາກຳ ແລະແບບແຜນການດຳລົງຊີວິດຂອງຫວຽດນາມ, ກຳປູເຈຍ ແລະ ອິນໂດເນເຊຍ. ແຕ່ລະວີດີໂອ ລ້ວນແຕ່ໄດ້ແນະນຳສະຖາປັດຕະຍາກຳ ຢູ່ 2 ນະຄອນຂອງແຕ່ລະປະເທດ.

ວີດີໂອກ່ຽວກັບຫວຽດນາມ ໄດ້ເຕື້ອງເຖິງສະຖາປັດຕະຍາກຳ ແລະແບບແຜນການດຳລົງຊີວິດຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນິງບິ່ງ, ບັນດາສະຖານທີ່, ຄື: ໂຮງລະຄອນໃຫຍ່ ແລະ ໂບດໃຫຍ່ຕະຫຼອດຮອດຫໍພິພິທະພັນຮ່າໂນ້ຍ, ໂບດ ຟາດຢ້ຽມ ແລະ ວັດ ບ໋າຍດີ໊ງ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ