ບັນດາພາຫະນະສື່ມວນຊົນສັງຄົມໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານໜຶ່ງໂດຍໃຫ້ຮູ້ວ່າ ສ່ວນຫຼາຍຜູ້ຖືກຮັບບາດເຈັບລ້ວນແຕ່ໃນອາການສາຫັດ, ໃນຂະນະທີ່ຄວາມສາມາດທາງການແພດຂອງ Nagorny-Karabakh “ແມ່ນບໍ່ພຽງພໍ”. ທ່ານນີ້ຖືວ່າ ຜູ້ປະສົບເຄາະຮ້າຍຕ້ອງໄດ້ຮັບການໜູນຊ່ວຍທາງການແພດໂດຍດ່ວນ ແລະຮຽກຮ້ອງຕ້ອງຜັນຂະຫຍາຍເຮືອບິນກູ້ໄພກູ້ຊີບ. ເຂດ Nagorny-Karabakh ນອນຢູ່ເຂດດິນທາງທິດຕາເວັນຕົກສ່ຽງໃຕ້ຂອງ Azerbaijan ແຕ່ມີປະຊາຊົນເຊື້ອຊາດ Armenia ດຳລົງຊີວິດເປັນຈຳນວນຫຼາຍ ແລະຢາກໂຮມເຂົ້າປະເທດ Armenia. ເລື່ອງນີ້ໄດ້ກໍ່ການຂັດແຍ້ງກັນດ້ານອະທິປະໄຕທີ່ຍາວນານລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ Azerbaijan ແລະ Armenia.
ແຫຼ່ງຄັດຈາກ: vovworld.vn
Type the code from the image