ກຸ່ມ G77 ແລະ ຈີນ ຊຸກຍູ້ແກ້ໄຂບັນດາບັນຫາຕົ້ນຕໍໃນໂຄງການດຳເນີນງານສາກົນ
ໃນວັນທີ 15-16 ກັນຍາ, ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍພັດທະນາໃນປະຈຸບັນ ແລະ ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳຢູ່ບັນດາປະເທດທາງພາກໃຕ້.
ວັນທີ 15 ກັນຍາ, ກອງປະຊຸມສຸດຍອດ G77 ແລະ ຈີນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ລາຮາວານ ປະເທດກຸຍບາ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫ່ຍ ສປຊ Antonio Guterres ແລະປະມຸກລັດ, ຜູ້ນຳລັດຖະບານປະມານ 30 ທ່ານ.
ໃນວັນທີ 15-16 ກັນຍາ, ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍພັດທະນາໃນປະຈຸບັນ ແລະບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳຢູ່ບັນດາປະເທດທາງພາກໃຕ້. ທ່ານຮອງລັດຖະມົນຕີການຕ່າງປະເທດກຸຍບາ Elio Rodríguez ເນັ້ນໜັກວ່າ ນີ້ແມ່ນຈຸດເວລາທີ່ສຳຄັນທີ່ສຸດ ສຳລັບປະເທດເກາະ Caribe, ຊື່ງພວມສວມບົດບາດປະທານໝູນວຽນກຸ່ມ G77 ແລະ ຈີນ. ຄາດວ່າ ບັນດາຜູ້ແທນຈະຮັບຮອງເອົາຖະແຫຼງການຮ່ວມ, ໃນນັ້ນຍົກອອກທັດສະນະກ່ຽວກັບບັນດາການປະທະກັນ ແລະສິ່ງທ້າທາຍທີ່ໂລກພວມຕ້ອງປະເຊີນໜ້າ.
ແຫຼ່ງຄັດຈາກ: vovworld.vn