OPEC+ ຄາດວ່າຈະປຶກສາຫາລືເພື່ອຫຼຸດຜ່ອນປະລິມານການຜະລິດນ້ຳມັນ
ວັນທີ 2 ມິຖຸນາ, ຕາມສອງແຫຼ່ງຂ່າວຈາກອົງການບັນດາປະເທດສົ່ງອອກນ້ຳມັນ ແລະບັນດາຄູ່ຮ່ວມມື (OPEC+) ໃຫ້ຮູ້ວ່າ ກຸ່ມນີ້ຈະປຶກສາຫາລືກ່ຽວກັບການຫຼຸດຜ່ອນປະລິມານການຜະລິດນໍ້າມັນຕື່ມອີກ ປະມານ 1 ລ້ານຖັງຕໍ່ວັນ ໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 4 ມິຖຸນາ.