leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: TTXVN

ເຫດການແມ່ນຂໍ້ລິເລີ່ມຂອງປະເທດເຈົ້າພາບຝຣັ່ງ ໄດ້ຈັດຕັ້ງກ່ອນການເຈລະຈາຄັ້ງທີສອງຂອງຄະນະກໍາມະການເຈລະຈາລະຫວ່າງລັດຖະບານ ກ່ຽວກັບຂໍ້ຕົກລົງສາກົນ ແນໃສ່ຢຸດຕິມົນລະພິດຂີ້ເຫຍື້ອປະລາສຕິກ (CIN-2). ມີຜູ້ຕາງໜ້າຂອງເກືອບ 200 ປະເທດ ແລະເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມ. ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ, ຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມເຫດການສໍາຄັນນີ້.

ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຊຸກຍູ້ການຜະລິດ, ຈໍາໜ່າຍ ແລະນໍາໃຊ້ບັນດາຜະລິດຕະພັນຢາງປະລາສຕິກແບບຍືນຍົງ ເພື່ອມຸ່ງໄປເຖິງເສດຖະກິດໝູນວຽນໃນຂົງເຂດນີ້, ກໍຄືການຄຸ້ມຄອງສິ່ງເສດເຫຼືອປະລາສຕິກໃຫ້ມີຄວາມເໝາະສົມ ແລະຈໍາກັດການຖິ້ມຂີ້ເຫຍື້ອປະລາສຕິກ ອອກສູ່ສະພາບແວດລ້ອມ.

ເມື່ອແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັ໊ງ ໄດ້ຢັ້ງຢືນເຖິງການຕັດສິນໃຈຂອງຫວຽດນາມ ໃນການສ້າງຂອບນິຕິກໍາ ກໍຄືນະໂຍບາຍຊຸກຍູ້ການຜະລິດສິ່ງເສດເຫຼືອຢາງປະລາສຕິກຄືນໃໝ່, ຈໍາກັດການຖິ້ມຂີ້ເຫຍື້ອປະລາສຕິກອອກສູ່ສະພາບແວດລ້ອມ, ພ້ອມກັບບັນດາປະເທດ ຮ່ວມແຮງຮ່ວມໃຈແກ້ໄຂບັນຫາມົນລະພິດຂີ້ເຫຍື້ອປະລາສຕິກ.

ໂດຍ: ໄຊຊະນະ