leftcenterrightdel
ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັກລັງຕິກເໜືອ (NATO). ພາບ: EPA-EFE

ວັນທີ 30 ມັງກອນ, ທ່ານ Jens Stoltenberg, ເລຂາທິການໃຫຍ່ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ເດີນທາງອອກຈາກ ສ.ເກົາຫຼີ ເພື່ອຢ້ຽມຢາມ ຍີ່ປຸ່ນ ແລະ ມີການພົບປະກັບທ່ານນາຍົກລັດຖະມົນຕີ  ຍີ່ປຸ່ນ Kishida Fumio ແລະເຈົ້າໜ້າທີ່ອື່ນໆ ອີກຈຳນວນໜຶ່ງ. ຄາດວ່າ, ເນື້ອໃນໂຄງການດຳເນີນງານ ຈະສຸມໃສ່ການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ແລະ ແກ້ໄຂບັນດາໄພນາບຂູ່, ສິ່ງທ້າທາຍທົ່ວໂລກ. 

ການໄປປະຕິບັດງານຄັ້ງນີ້ຂອງທ່ານ Jens Stoltenberg ໄດ້ຮັບຖືວ່າຈະຊ່ວຍໃຫ້ NATO ຮັດແໜ້ນການພົວພັນກັບສອງປະເທດສຳພັນທະມິດອາຊີ ຂອງອາເມລິກາ ແມ່ນ: ສ.ເກົາຫຼີ ແລະ ຍີ່ປຸ່ນ. ເດືອນ 6 ປີ 2022, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ກາຍເປັນບັນດາການນຳອາຊີ ທຳອິດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ NATO ຢູ່ນະຄອນຫຼວງ Madrid, ປະເທດ ສະເປັນ ດ້ວຍຖານະເປັນນັກສັງເກດການ. ກໍ່ທີ່ກອງປະຊຸມນີ້, NATO ໄດ້ຮັບຮອງເອົາເອກະສານທີ່ມີຊື່ວ່າ “ນິຍາມຍຸດທະສາດໃໝ່”, ໃນນັ້ນໄດ້ໃຫ້ຂໍ້ສັງເກດວ່າ “ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ມີຄວາມໝາຍສຳຄັນສຳລັບ NATO ທີ່ສຸດ”.

ແຫຼ່ງຄັດຈາກ vovworld.vn