leftcenterrightdel
ຕຳຫຼວດ ສະໂລວາກີ ກວດກາຢູ່ດ່ານຊາຍແດນ. (ພາບ: AFP/ສໍານັກຂ່າວສານຫວຽດນາມ)

ບັນດາປະເທດເອີລົບກາງ ລວມມີ: ສ.ເຊັກໂກ, ສະໂລວາກີ, ໂອຕາລິດ ແລະ ຣຸງກາຣີ ຫາກໍ່ເຫັນດີເປັນເອກະພາບຕໍ່ທັດສະນະລວມກ່ຽວກັບວິກິດການອົບພະຍົບໃນປະຈຸບັນ.

ວັນທີ 24 ພະຈິກ, ຢູ່ Praha, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມລັດຖະມົນຕີກະຊວງພາຍໃນບັນດາປະເທດ ເອີລົບກາງ, ທ່ານລັດຖະມົນຕີກະຊວງພາຍໃນ ສ.ເຊັກໂກ Vit Rakusan, ປະເທດພວມດຳລົງຕຳແໜ່ງປະທານໝູນວຽນສະພາ ອີຢູ ໃຫ້ຮູ້ວ່າ, ທ່ານພ້ອມກັບບັນດາຄູ່ຕຳແໜ່ງສະໂລວາກີ, ໂອຕາລິດ ແລະ ຣຸງກາຣີ ເຫັນດີເປັນເອກະພາບຕໍ່ທັດສະນະທີ່ວ່າ ຕ້ອງຊອກຫາມາດຕະການແກ້ໄຂນັບແຕ່ເສັ້ນຊາຍແດນຢູ່ນອກພາກພື້ນ Schengen ແທນທີ່ໃຫ້ການຄວບຄຸມຊາຍແດນພາຍໃນກຸ່ມ. ເມື່ອເຕື້ອງເຖິງເລື່ອງ ສ.ເຊັກໂກ ຜັນຂະຫຍາຍບັນດາມາດຕະການຄວບຄຸມຊາຍແດນກັບປະເທດບ້ານໃກ້ເຮືອນຄຽງ ສະໂລວາກີ ແຕ່ທ້າຍເດືອນ ກັນຍາ, ທ່ານ Rakusan ຖືວ່າ, ສະໂລວາກີ ກໍ່ຄືກັບບັນດາປະເທດ ເອີລົບກາງ ລ້ວນແຕ່ແມ່ນ “ປະເທດຖືກເຄາະຮ້າຍ” ຈາກເສັ້ນທາງອົບພະຍົບ Balkan ຕາເວັນຕົກ. ທ່ານລັດຖະມົນຕີກະຊວງພາຍໃນ ສ.ເຊັກໂກ ເວົ້າວ່າ, ບັນດາປະເທດ Balkan ຕາເວັນຕົກ, ໃນນັ້ນມີ ເຊີເບຍ, ພ້ອມແລ້ວຈະດັດປັບນະໂຍບາຍວີຊາ ກໍ່ຄືພ້ອມແລ້ວທີ່ຈະປົກປ້ອງເຂດຊາຍແດນນອກພາກພື້ນ Schengen.

ແຫຼ່ງຄັດຈາກ: vovworld.vn